Home / Premier pro / Timeline
ແມ່ນການບອກຊ່ວງເວລາຂອງວີດີໂອວ່າຕອນນີ້ ວີດີໂອຂອງເຮົາທີ່ກຳລັງເຮັດວຽກຢູ່ໃນຊ່ວງເວລາໃດ Timeline ເປັນບ່ອນທີ່ເຮົາໃຊ້ງານໃນການຕັດວີດີໂອທີ່ຕ້ອງການ ແລ້ວ ມາລຽງຕໍ່ກັນ ລວມທັງການໃຊ້ສຽງບັນຍາຍ ແລະ ຕັກນິກຕ່າງໆ ຢູ່ໃນ Timeline ເຮົາຈະເອີ້ນວ່າ Track ເຊິ່ງຈະປະກອບມີ 2 ປະເພດຄື
Vedio track ສຳລັບເຮັດວຽກກ່ຽວກັບສ່ວນຂອງຮູບພາບ ແລະ ຂໍ້ຄວາມ
Audio Track ສຳລັບເຮັດວຽກກ່ຽວກັບຄິບສຽງ
ສະແດງຊື່ Scquence ທີ່ Timeline ກຳລັງເຮັດວຽກຢູ່
ໄມ້ບັນທັດຕຳແໜ່ງເວລາ ຊິ່ງຕົວເລກນີ້ຈະສະແດງ 4 ໜ່ວຍຄື: ຊ່ວງໂມງ: ນາທີ: ວິນາທີ: ເຟຣມ
ເສັ້ນ Current Time ສຳລັບຄິກລາກແລ້ວລາກເພື່ອໄປເບິ່ງຕຳແໜ່ງເວລາປັດຈຸບັນ
ຕົວເລກສະແດງຕຳແໜ່ງເວລາທີ່ເສັ້ນ Current time ຢູ່ ນອກຈາກນີ້ຍັງສາມາດກຳນົດເວລາໄດ້ເອງໂດຍການພິມເວລາທີ່ຕ້ອງການລົງໄປ
ປຸ່ມເປີດ ຫຼື ປິດ Option ເສີມໃນການເຮັດວຽກຖ້າຂື້ນສີຟ້າຄຶກຳລັງໃຊ້ງານຢູ່
ແທຣກ Track ສຳລັບຄິບຕ່າງໆ ຈະຖືກນຳມາວາງໄວ້ບ່ອນນີ້
Option ການເຮັດວຽກແຕ່ລະ Track ປະກອບໄປດ້ວຍ ແທຣກພາບ Vedio Track , ແທກສຽງ Audio Track
ສຳລັບເລື່ອນການສະແດງໃນພື້ນຫຼັງການເຮັດວຽກຂອງແທຣກໃນແນວນອນ
ສຳລັບເລື່ອນການສະແດງໃນພື້ນຫຼັງການເຮັດວຽກຂອງແທຣກໃນແນວຕັ້ງ
ເຮົາສາມາດເລື່ອນເສັ້ນ timeline ຂອງວີດີໂອໄດ້ດ້ວຍການໃຊ້ເມົາຄິກແລ້ວລາກໄປຍັງຊ່ວງເວລາທີ່ເຮົາຕ້ອງການ ວີດີໂອກໍຈະສະແດງຜົນຕາມເສັ້ນຂອງ Timeline
ເຕັກນິກການກຳນົດຊ່ວງເວລາເອງຈາກການ ປ້ອນຊ່ວງເວລາທີ່ຂ່ວງ ເວລາຂອງ Timeline ຂັ້ນຕອນມີດັ່ງນີ້
ເລືອກທີ່ຊ່ວງເວລາ
ປ້ອນເວລາທີ່ຕ້ອງການ
ກົດປຸ່ມ Enter