Home / Premier pro / ເຕັກນິກການສ້າງງານ Vedio
ຕ້ອງນຳໄຟລ໌ຄິບມາຕັດຕໍ່ລຽງກັນທີ່ Timeline ໃຫ້ໄດ້ຜົນລັບຕາມທີ່ຕ້ອງການ ການນຳຄິບວີດີໂອມາໃຊ້ງານນັກຕ້ອງໄປທີ່ພາກສ່ວນ Project ໃຫ້ຄິກເມົ້າໃສ່ຄິບທີ່ຕ້ອງການຄິກຄ້າງໄວ້ ແລ້ວລາກມາວາງລົງໃນຫ້ອງ Track
Change sequence to setting : ປ່ຽນການຕັ້ງຄ່າ sequence ໃຫ້ຖືກຕາມຂໍ້ມູນຂອງວີດີໂອ
Keep exiting setting : ເອົາຕາມການຕັ້ງຄ່າ Sequence ທີ່ເຮົາກຳນົດໄວ້
ຂັນຕອນນີ້ເປັນການແຍກສຽງ ແລະ ວີດີໂອອອກຈາກກັນ ເພື່ອເປັນການຊີ້ງສຽງໃຫ້ກົງກັບ ວີດີໂອ ເຊິ່ງຂັ້ນຕອນມີດັ່ງນີ້
ເລືອກທີ່ Track ທີ່ຕ້ອງການແຍກ
ຄິກຂວາ > Unlink
ເປັນການສະແດງຄື່ນສຽງເພື່ອຊ່ວຍໃນການຕັດ ຫຼື ການຊີ້ງສຽງໃຫ້ກົງກັບວີດີໂອ
ເປັນການກຳນົດໃຫ້ຂໍ້ຄວາມສະແດງທີ່ວີດີໂອເພື່ອໃຫ້ເຮົາອະທີບາຍຫຼືຊ່ວຍໃຫ້ວີທີໂອໜ້າສົນໃຈຍິ່ງຂື້ນວິທີການມີດັ່ງນີ້
ເລື່ອກທີ່ພາສ່ວນ Project
ຄິກຂວາ > New Item > Title
ຕັ້ງຊື່ໃຫ້ກັບຂໍ້ຄວາມ
ເລືອກເຄື່ອງມື Type tool
ຂຽນຂໍ້ຄວາມ
ປິດ
3. ຕັ້ງຊື່ໃຫ້ກັບຂໍ້ຄວາມ
ຄືການຂຽນກອບສະແດງເລື່ອງລາວທີ່ສົມບູນຂອງພາບໜັງແຕ່ລະເລື່ອງ ໂດຍມີການສະແດງລາຍລະອຽດທີ່ຈະສະແດງໃນແຕ່ລະສາກ ຫຼື ແຕ່ລະໜ້າຈໍ ເຊັ່ນ ຂໍ້ຄວາມ, ພາບ, ພາບເຄື່ອນໄຫວ, ສຽງດົນຕີ, ສຽງເວົ້າ ແຕ່ລະຢ່າງນັ້ນມີລໍາດັບຂອງການສະແດງວ່າຫຍັງຈະຂຶ້ນກ່ອນ-ຫຼັງ ຫຍັງຈະສະແດງພ້ອມກັນ ເປັນການອອກແບບຢ່າງລະອຽດໃນແຕ່ລະໜ້າຈໍກ່ອນທີ່ຈະລົງມືສ້າງເອນິເມຊັນຫຼື ໜັງຂຶ້ນມານັ້ນເອງ
Storyboard ຄືການສ້າງພາບໃຫ້ເຫັນລຳດັບຂັ້ນຕອນຕາມເນື້ອເລື່ອງທີ່ຕ້ອງການ ໂດຍສະເພາະພາບເຄື່ອນໄຫວ
ລາຍລະອຽດທີ່ຄວນມີໃນ Storyboard ໄດ້ແກ່ ຄຳອະທິບາຍແຕ່ລະສື່ທີ່ໃຊ້ (ຂໍ້ຄວາມ ຮູບພາບ ພາບເຄື່ອນໄຫວ ສຽງ ວີດິໂອ)
ຮູບແບບຂອງສະຕໍຣີ່ບອດ ຈະປະກອບໄປດ້ວຍ 2 ສ່ວນຄື ສ່ວນພາບກັບສ່ວນສຽງ ໂດຍປົກກະຕິການຂຽນສະຕໍຣີ່ບອດ ກໍ່ຈະວາດພາບໃນກອບສີ່ຫຼ່ຽມ ຕໍ່ດ້ວຍການຂຽນບົດບັນລະຍາຍພາບ ຫຼື ບົດການສົນທະນາ ແລະ ສ່ວນສຸດທ້າຍຄືການໃສ່ສຽງເຊິ່ງອາດຈະປະກອບດ້ວຍສຽງສົນທະນາ ສຽງບັນເພງ ແລະ ສຽງປະກອບຕ່າງໆ
ສິ່ງສຳຄັນທີ່ຢູ່ພາຍໃນສະຕໍຣີ່ບອດ ປະກອບດ້ວຍ
- ຕົວລະຄອນ ຫຼື ສາກ ບໍ່ວ່າຈະເປັນຄົນ ສັດ ສິ່ງຂອງ ສະຖານທີ່ ຫຼື ຕົວກາຕູນ ແລະ ທີ່ສຳຄັນ ຄື ພວກເຂົາກຳລັງເຄື່ອນໄຫວແບບໃດ
- ມຸມກ້ອງ ທັງໃນເລື່ອງຂອງຂະໜາດພາບ ມຸມພາບ ແລະ ການເຄື່ອນກ້ອງ
- ສຽງການເວົ້າກັນລະຫວ່າງຕົວລະຄົນ ມີສຽງປະກອບ ຫຼື ສຽງດົນຕີແບບໃດ
ວາງໂຄງເລື່ອງຫຼັກ ບໍ່ວ່າຈະເປັນ Theme, ຕົວລະຄອນຫຼັກ, ສາກ ແລະ ອື່ນໆ
ແນວເລື່ອງ
ສາກ
ເນື່ອເລື່ອງຫຍໍ້
Theme/ແກ່ນ (ຂໍ້ຄິດ/ສິ່ງທີ່ຕ້ອງການຈະສື່)
ຕົວລະຄົນ
ລຳດັບເຫດການເບື້ອງຕົ້ນ
ຈຸດສຳຄັນຄື ທຸກເຫດການຈະເປັນເຫດເປັນຜົນຊຶ່ງກັນ ແລະ ກັນ ເຫດການກ່ອນໜ້າຈະເຮັດໃຫ້ເຫດການຕໍ່ມາມີນ້ຳໜັກຫລາຍຂຶ້ນ ແລະ ຕ້ອງຫາ ຈຸດ Climax ຂອງເລື່ອງໃຫ້ໄດ້ ຈຸດນີ້ຈະເປັນຈຸດທີ່ໜ້າຕື່ນເຕັ້ນທີ່ສຸດກ່ອນທີ່ຈະສະຫຼຸບທຸກຢ່າງໃນເລື່ອງ ການສ້າງປົມໃຫ້ຜູ້ອ່ານສົງໄສກໍ່ເປັນຈຸດສຳຄັນໃນການສ້າງເລື່ອງ ປົມຈະເຮັດໃຫ້ຜູ້ອ່ານເກີດຄຳຖາມໃນໃຈ ແລະ ຄາດເດົາເນື້ອເລື່ອງທັງຫມົດເຖິງຕອນຈົບໄປຕ່າງໆ ນານາ
ກຳນົດໜ້າ
ແຕ່ງບົດ
ເປັນຂັ້ນຕອນສຸດທ້າຍກ່ອນລົງມືແຕ້ມສະຕໍຣີ່ບອດ ຄວນຂຽນບົດເວົ້າ ແລ ະບົດຄວາມຄິດທີ່ຈະໃຊ້ຂຽນລົງໃນໜັງອອກມາໂດຍລະອຽດເພື່ອທີ່ຈະໄດ້ກຳນົດຂະໜາດ ແລະ ຈັດວາງລົງເທິງໜ້າເຈ້ຍໄດ້ຢ່າເໝາະສົມ
ລົງມືຂຽນ Storyboard
ຕົວຢ່າງການຂຽນ Story Board
ເຮົາຕ້ອງເຂົ້າໃຈເລື່ອງຂະໜາດພາບ ມຸມກ້ອງ ການເຄື່ອນກ້ອງ ທັງການສື່ສານທາງຄວາມຫມາຍ ແລະ ຄຸນລັກສະນະຂອງມັນມີຫຍັງແດ່ CU , MS , LS ແມ່ນຫຍັງ High angle , Low Angle ແມ່ນຫຍັງ Pan , Tilt , Track
ຮູ້ຈັກ Composition ການຈັດວາງຕຳແໜ່ງ ວາງພາບແບບໃດໃຫ້ງາມ ແລະ ດີ ແລະ ມີອາລົມສື່ຄວາມຫມາຍ rule of third ແມ່ນຫຍັງ ສົມມາດ ສົມດຸນ ວາງອົງປະກອບໄວ້ບ່ອນໃດຈຶ່ງຈະດີ
ຮູ້ຈັກທິດທາງ ໃຜເຄື່ອນໄປທາງໃດ ໝາຍເຖິງຫຍັງ ໃຫ້ຜົນລັບແບບໃດ ເຄື່ອນທີ່ຊ້າຍໄປຂວາ ເຄື່ອນທີ່ຂວາໄປຊ້າຍ ເທິງລົງລຸມ ລຸມຂຶ້ນເທິງ ໃຜເບິ່ງຈຸດໃດ ຫັນຊ້າຍຫັນຂວາ ເລື່ອງນີ້ສຳຄັນຫລາຍ
ຮູ້ຈັກຄວາມສຳພັນລະຫວ່າງ Cut ຮອຍຕໍ່ພາບທັງສອງເຂົ້ານຳກັນຄວນຈະເປັນແບບໃດ ແລະ ມັນຈະໃຫ້ຜົນແບບໃດ ການຕໍ່ພາບຂ້າມຂະໜາດ ການຕໍ່ພາບລຽງຂະໜາດ ການອອກຊ້າຍເຂົ້າຂວາ ອອກຂວາເຂົ້າຊ້າຍ ອອກເທິງເຂົ້າລຸມ
ເລິກໆໜ່ອຍກໍຮູ້ຈັກ Scene ພື້ນຖານທັງໝົດນັ້ນລ່ະມາທັງຫມົດກັນເພື່ອຜົນທາງການເລົ່າເລື່ອງແລະສ້າງອາລົມຮ່ວມ
ສຸດທ້າຍຖ້າເປັນໜັງນ້ອຍໆ DIY ເບ້ຍນ້ອຍຫອຍນ້ອຍ ຄວນຮູ້ຈັກອຸປະກອນຂອງຕົວເອງໃຫ້ຖ່ອງແທ້ຄຣັບ ຮູ້ວ່າເຮົາມີຫຍັງໃນມື ຮູ້ວ່າຫຍັງເຮັດໄດ້ ຫຍັງເຮັດບໍ່ໄດ້ ບໍ່ແມ່ນຂຽນໄປແລ້ວແຕ່ບໍ່ມີອຸປະກອນທີ່ເຮົາເຮັດໄດ້ ອັນນີ້ກໍຂຽນໄປແລ້ວກໍຈະຄ່ອນຂ້າງຂາດປະໂຫຍດຄຣັບ
/// ຢ່າລືມຄຣັບວ່າ Storyboard ມີໄວ້ເພື່ອການເຮັດວຽກງານເປັນຫຼັກໃຫຍ່ ເພາະສະນັ້ນມັນໃຊ້ເພື່ອການສື່ການກັບທີມງານເປັນຫຼັກ ເລື່ອງສວຍງາມຈຶ່ງເປັນເລື່ອງຮອງ ແຕ່ຖ້າມີຄົນຝີມືດີດີສື່ສານໄດ້ ຮູ້ເລື່ອງ ແຕ້ມຮູບບງາມດ້ວຍ ນັ້ນກໍຈະເປັນການດີ