Home / ວິເຄາະ ແລະ ອອກແບບລະບົບ 1 / ການວາງແຜນໂຄການ
ເປັນຂະບວນການພື້ນຖານໃນຄວາມເຂົ້າໃຈຢ່າງຖ່ອງແທ້ວ່າ ເປັນຫຍັງຕ້ອງສ້າງລະບົບໃຫມ່ ທິມງານຕ້ອງພິຈາລະນາວ່າ ຈະຕ້ອງດຳເນີນງານ ຕໍ່ໄປແນວໃດ ກ່ຽວກັບຂະບວນການສ້າງລະບົບໃຫມ່ ໃນບົດບາດຂອງນັກວິເຄາະລະບົບຕ້ອງສຶກສາເຖິງຂອບເຂດ ຂອງປັນຫາທີ່ ຜູ້ໃຊ້ລະບົບກຳລັງປະສົບປັນຫາຢູ່ ແລະ ຈະດຳເນີນການແກ້ໄຂແນວໃດ ສຶກສາເຖິຄວາມເປັນໄປໄດ້ວ່າ ລະບົບໃຫມ່ທີ່ຈະພັດທະນາຂຶ້ນມານັ້ນມີຄວາມເປັນໄປໄດ້ ແລະ ຄຸ້ມຄ່າທີ່ຈະລົງທຶນ ຫລື ບໍ່
ອີງຕາມວົງຈອນການພັດທະນາລະບົບ SDLC ເຮົາຈະໃຊ້ຫຼັກການຂຽນແຜນລາຍລະອຽດການດຳເນີນໂຄງການດັ່ງນີ້
ໄລຍະ ( Phase ) ຄືກຸ່ມຂອງກິດຈະກຳທີ່ກ່ຽວຂອ້ງກັນ
ກິດຈະກຳ ( Activity ) ຄື່ກຸ່ມຂອງງານທີ່ກ່ຽວຂ້ອງກັນ
ໜ້າວຽກ ( Task ) ຄືງານທີ່ດຳເນີນການ ເຊິ່sຖືເປັນງານທີ່ນ້ອຍທີ່ສຸດ
ແຜນການປະຕິບັດຂອງວົງຈອນການພັດທະນາລະບົບ
ການວາງແຜນໂຄການ (Project Planning Phase)
ກຳນົດປັນຫາ Problem Definition
ເຂົ້າພົບຫົວໜ້າ
ປະຊຸມກັບພະນັກງານແຕ່ລະລຳດັບ
ເກັບກຳເອກະສານ
ຂຽນລາຍລະອຽດບັນຫາ ແລະ ສາເຫດ
ສຶກສາຄວາມເປັນໄປໄດ້ຂອງໂຄງການ Feasibility study
ປະຊຸມກັບທີມງານ ວິທີແກ້ໄຂບັນຫາເບື້ອງຕົ້ນ
ປະຊຸມຄວາມພ້ອມໃນການໃຊ້ງານລົບໃໝ່
ປະຊຸມເລືອກໃຊ້ເຕັກໂນໂລຊີ
ປະເມີນບຸກຄະລາກອນ
ປະຊຸມປະເມີນລາຄາ
ສ້າງເອກະສານໃບສະເໜີລາຄາ
ສ້າງຕາລາງກຳນົດເວລາໂຄງການ Project scheduling
ສ້າງແຜນການປະຕິບັດໂຄງການ
ຈັດຕັ້ງທີມງານໂຄງການ Staff the project
ປະຊຸມແບ່ງໜ້າວຽກ