Home / Server Side / ຖານຂໍ້ມູນ 2 / phpmyadmin
phpMyAdmin ຄືໂປຣແກຣມທີ່ຖືກພັດທະນາໂດຍໃຊ້ພາສາ PHP ເພື່ອໃຊ້ໃນການບໍລິຫານຈັດການຖານຂໍ້ມູນ Mysql ຜ່ານເວັບເບຣາວ໌ເຊີ ແທນການຄີຄຳສັ່ງ ເນື່ອງຈາກຖ້າເຮົາຈະໃຊ້ຖານຂໍ້ມູນທີ່ເປັນ MySQL ບາງເທື່ອຈະມີຄວາມລຳບາກ ແລະ ຫຍຸ້ງຍາກໃນການໃຊ້ງານ ດັ່ງນັ້ນຈຶ່ງມີເຄື່ອງມືໃນການຈັດການຖານຂໍ້ມູນ MySQL ຂຶ້ນມາເພື່ອໃຫ້ສາມາດຈັດການ ຕົວDBMS ທີ່ເປັນ MySQL ໄດ້ງ່າຍ ແລະ ສະດວກຫຼາຍຂຶ້ນ ໂດຍ phpMyAdmin ກໍຖືເປັນເຄື່ອງມືຊະນິດໜຶ່ງໃນການຈັດການນັ້ນເອງ phpMyadmin ສາມາດສ້າງຖານຂໍ້ມູນໃໝ່ ຫຼື ສ້າງ TABLE ໃໝ່ໆ ແລະ ຍັງມີ function ທີ່ໃຊ້ສຳລັບການທົດສອບການ query ຂໍ້ມູນດ້ວຍພາສາ SQL ພ້ອມກັນນັ້ນ ຍັງສາມາດ insert delete update ຫຼື ໃຊ້ ຄຳສັ່ງຕ່າງໆ ຄືກັບກັນການໃຊ້ພາສາ Command ເລີຍ
1. ສ້າງແລະລົບ Database
2. ສ້າງແລະຈັດການ Table ເຊັ່ນ ແທຣກ record, ລົບ record, ແກ້ໄຂ record, ລົບ Table, ແກ້ໄຂ field
3. ໂຫຼດເທັກຊ໌ໄຟລ໌ເຂົ້າໄປເກັບເປັນຂໍ້ມູນໃນຕາຕະລາງໄດ້
4. ຫາຜົນສະຫຼຸບ (Query) ດ້ວຍຄຳສັ່ງ SQL
ເປີດໂປຣແກຣມ Xampp
Start Apache ແລະ MySQL
ກົດປຸ່ມ Admin ຂອງ MySQL