Home / ພື້ນຖານ Java / Arraylist
Array list ຄື Collection ທີ່ໃຊ້ເກັບຂໍ້ມູນຄືກັບອາເຣປົກກະຕິ ແຕ່ສິ່ງທີ່ແຕກຕ່າງກັນຄື Array list ສາມາດຫຍໍ້ ແລະ ຂະຫຍາຍພື້ນທີ່ຂອງມັນໄດ້ອັດໂນມັຕິຕາມຂໍ້ມູນທີ່ມີຢູ່ພາຍໃນ ນັ້ນເອງເຮັດໃຫ້ມັນຢືດຢຸ່ນ ໃນການເຮັດວຽກງານເພາະບໍ່ຕ້ອງກຳນົດຂະໜາດສູງສຸດລ່ວງໜ້າຄືກັບອາເຣປົກກະຕິ ມັນຖືກສືບທອດມາຈາກ Abstract list ຄລາດ ແລະ ມີການ Implement Collection Interfaces ສຳລັບເມທອດການເຮັດວຽກງານຂອງມັນ
ການສ້າງ ArrayList ຊຶ່ວ່າ Cars ກັບຂໍ້ມູນປະເພດ String
import java.util.ArrayList;
ArrayList<String> cars = new ArrayList<String>();
ArrayList ຈະມີຄຳສັ່ງທີ່ໃຊ້ໃນການເພີ່ມຂໍ້ມູນ ເຮົາເອີ້ນວ່າການເພີ່ມ elements ເຮົາຈະໃຊ້ຄຳສັ່ງ ຫຼື Method ເມຕອດ add()
import java.util.ArrayList;
public class Main {
public static void main(String[] args) {
ArrayList<String> cars = new ArrayList<String>();
cars.add("Volvo");
cars.add("BMW");
cars.add("Ford");
cars.add("Mazda");
System.out.println(cars);
}
}
ໃນການເຂົ້າເຖິງຂໍ້ມູນອົງປະກອບ Arraylist ໃຫ້ໃຊ້ເມຕອດ get() ແລະ ອ້າງອີງຖິງເລກດັດສະນີ
cars.get(0);
ຖ້າຕ້ອງການແກ້ໄຂຂໍ້ມູນອົງປະກອບຂອງ Arraylist ໃຫ້ໃຊ້ເມຕອດ set() ແລະ ອ້າງອີງຖິງເລກດັດສະນີ
cars.set(0, "Opel");
ຖ້າຕ້ອງການລົບຂໍ້ມູນອົງປະກອບຂອງ Arraylist ໃຫ້ໃຊ້ເມຕອດ remove() ແລະ ອ້າງອີງຖິງເລກດັດສະນີ
cars.remove(0);
ຖ້າຕ້ອງການລົບຂໍ້ມູນທັງໝົດໃນ Arraylist ໃຫ້ໃຊ້ເມຕອດ clear()
cars.clear();
ຖ້າຕ້ອງການຮູ້ວ່າຈຳນວນຂໍ້ມູນຂອງ Arraylist ໃຫ້ໃຊ້ເມຕອດ size()
cars.size();
ວົນຊ້ຳຂໍ້ມູນໃນ Arraylist ດ້ວຍ for loop ແລະ ໃຊ້ວິທີກວດສອບ size() ເພື່ອລະບຸຈຳນວນເທື່ອທີລູບ
public class Main {
public static void main(String[] args) {
ArrayList<String> cars = new ArrayList<String>();
cars.add("Volvo");
cars.add("BMW");
cars.add("Ford");
cars.add("Mazda");
for (int i = 0; i < cars.size(); i++) {
System.out.println(cars.get(i));
}
}
}
ເຮົາສາມາດໃຊ້ການວົນຊ້ຳ Arraylist ດ້ວຍຄຳສັ່ງລູບ for-each
public class Main {
public static void main(String[] args) {
ArrayList<String> cars = new ArrayList<String>();
cars.add("Volvo");
cars.add("BMW");
cars.add("Ford");
cars.add("Mazda");
for (String i : cars) {
System.out.println(i);
}
}
}