Home / ພື້ນຖານ Desktop app / Design Pattern
MVC Framework ແມ່ນຫຍັງ
MVC ເປັນຕົວຫຍໍ້ຂອງຄຳວ່າ Model View Controller ໃຊ້ເອີ້ນຮູບແບບການພັດທະນາຊອບແວທີ່ມີໂຄງສ້າງຊຶ່ງແບ່ງອອກມາເປັນ 3 ສ່ວນຫຼັກ ຕາມຕົວຫຍໍ້ຂອງຊື່ ຮູບແບບການພັດທະນາຊອບແວແບບ MVC ຖືກນຳໄປໃຊ້ໃນຂັ້ນຕອນການພັດທະນາຫຼາກຫຼາຍພາສາເພາະ MVC ເປັນພຽງຫຼັກການອອກແບບໂປຣແກຣມ ( Design Pattern ) ຮູບແບບໜຶ່ງເທົ່ານັ້ນ ຊຶ່ງເປັນທີ່ນິຍົມຫລາຍໃນການນຳມາພັດທະນາແອບພລິເຄຊັ່ນຊອບແວແຕ່ລະແພລດຟອມ ແລະ ປະຍຸກໃຊ້ໃນອີກຫຼາຍ ໆ ດ້ານ
ສ່ວນຂອງ Model (M)
model ຄືສ່ວນຂອງການເກັບລວບລວມຂໍ້ມູນ ບໍ່ວ່າຂໍ້ມູນນັ້ນໆ ຈະຖືກຈັດເກັບໃນຮູບແບບໃດກໍຕາມ ໃນຖານຂໍ້ມູນແບບເປັນ Object Class ຫຼື ທີ່ນິຍົມເອີ້ນກັນວ່າ VO ( Value Object ) ຫຼື ເກັບເປັນໄຟລ໌ຂໍ້ມູນເລີຍເມື່ອຂໍ້ມູນຖືກໂຫຼດເຂົ້າມາຈາກທີ່ຕ່າງໆ ແລະ ເຂົ້າມາຍັງສ່ວນຂອງໂມເດວ ຕົວໂມເດວຈະຈັດການກະກຽມຂໍ້ມູນໃຫ້ເປັນຮູບແບບທີ່ເໝາະສົມ ເພື່ອເຮັດການຮ້ອງຂໍຂໍ້ມູນຈາກສ່ວນຂອງ Controller
ສ່ວນຂອງ View (V)
view ຄືສ່ວນຂອງການສະແດງຜົນ ຫຼື ສ່ວນທີ່ຈະປະຕິສຳພັນກັບຜູ້ໃຊ້ງານ (User Interface) ຫນ້າທີ່ຂອງ viewໃນການຂຽນໂປຣແກຣມແບບ MVC ຄືຄອຍຖ້າຮັບຄຳສັ່ງຈາກສ່ວນຂອງ Controller ແລະ End User ເລີ່ມຕົ້ນເລີຍຕົວວິວອາດຈະໄດ້ຮັບຄຳສັ່ງຈາກ Controller ໃຫ້ສະແດງຜົນໜ້າ Home ແລະ ເມື່ອຜູ້ໃຊ້ງານໜ້າເວັບກົດປຸ່ມສັ່ງຊື້ View ຈະສົ່ງຂໍ້ມູນໄປໃຫ້ Controller ເພື່ອປະມວນຜົນ ແລະ ສະແດງບາງຢ່າງຈາກ Action ນັ້ນ
ສ່ວນຂອງ Controller (C)
controller ຄືສ່ວນຂອງການເລີ່ມເຮັດວຽກ ແລະ ຮັບຄຳສັ່ງ ໂດຍທີ່ຄຳສັ່ງນັ້ນຈະເກີດຂຶ້ນໃນສ່ວນການຕິດຕໍ່ກັບຜູ້ໃຊ້ງານຄື view ເມື່ອຜູ້ໃຊ້ງານມີການ Interactive ກັບ UI view ຈະເກີດເຫດການ ຫຼື ຂໍ້ມູນບາງຢ່າງຂຶ້ນ ຕົວວິວຈະສົ່ງຂໍ້ມູນນັ້ນມາຍັງ controller ຕົວ controller ຈະກໍ່ການປະວນຜົນໂດຍບາງຄຳສັ່ງອາດຈະຕ້ອງໄປຕິດຕໍ່ກັບ model ກ່ອນເພື່ອມີການປະມວນຜົນຂໍ້ມູນຢ່າງຖືກຕ້ອງຮຽບຮ້ອຍແລ້ວກໍຈະສົ່ງໄປທີ່ view ເພື່ອສະແດງຜົນຕາມຄຳສັ່ງທີ່ end user ຮ້ອງຂໍມາController ຈະເຮັດຫນ້າທີ່ເປັນຕົວກາງລະຫວ່າງ Model ແລະ View ໃຫ້ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ ແລະ ກົງກັບຄວາມຕ້ອງການຂອງ End User ຫລາຍທີ່ສຸດ