Home / Premier pro / ເຄື່ອງມືຕັດຕໍ່ວີດີໂອ Tool
ໃນການໃຊ້ງານໂປຣແກຣມຕັດຕໍ່ Adobe Premierer Pro ສິ່ງທີ່ສຳຄັນທີ່ສຸດຄືການປັບແຕ່ງອົງປະກອບ ແລະ ເຄື່ອງມືໃຫ້ໃຊ້ງານໄດ້ງ່າຍ ເພາະ ຈະເປັນການປັບແຕ່ງເຄື່ອງມື ຫຼື Panel ໃນເໝາະສົມກັບຕົວເອງ ວິທີການນັ້ນເຮົາສາມາດ ເຮົາສາມາດ Drag and Drop ໄດ້ເລີຍ
Workspace ແມ່ນອົງປະກອບຕ່າງໆ ຂອງໂປຣແກຣມ ຂອງເຮົາຕາມມາດຖານ ຫຼື ໜ້າວຽກທີ່ຕ້ອງໃຊ້ງານ ເຊິ່ງມີລາຍລະອຽດດັ່ງນີ້
Menu bar > Window > Workspace
Audio ເຮັດວຽກທີ່ກ່ຽວຂອງກັບສຽງເປັນຫຼັກ
Color Correction ເຮັດວຽກກັບການປັບແຕ່ງສີ
Editing ເຮັດວຽກການປັບແຕ່ງແກ້ໄຂ
Editing CS5.5 ເຮັດວຽກການປັບແຕ່ງແກ້ໄຂ (ຮູບແບບເວີຊັ່ນ CS5.5)
Effects ເຮັດວຽກກັບການປັບຕ່າງ Effect
Metalogging ເຮັດວຽກກັບໄຟລ໌
ສຳລັບການເລືອກໃຊ້ Workspace ແມ່ນຄ່າເລີ່ມຕົ້ນເຮົາຈະເລືອກເປັນ Editing ເປັນຄ່າເລີ່ມຕົ້ນສະເໝີ
Audio
Color Correction
Editing
Editing CS5.5
Effects
Metalogging
ແມ່ນການປິດພາແນວທີ່ເຮົາບໍ່ໄດ້ໃຊ້ງານ ຫຼື ບໍ່ຈຳເປັນອອກເພື່ອເປັນການປິດສ່ວນທີ່ບໍ່ໄດ້ໃຊ້ງານອອກໄປ
1. ວິທີການປິດ Panel
2. ວິທີການເປີດ Panel
ວິທີການ Menu bar > Window > ເລືອກເອົາ Panel ທີ່ຕ້ອງກນາໃຊ້ງານ
ເປັນການຕັ້ງຄ່າ Panel ໃຫ້ຢູ່ໃນຮູບແບບມາດຕະຖານຂອງ Workspace ທີ່ໂປຣແກຣມກຳນົດໄວ້ໃຫ້
ວິທີການ Menu bar > Window > Reset Current Workspace
ແມ່ນການເຄື່ອນຍ້າຍຕຳແໜ່ງຂອງ Panel ໃຫ້ຢູ່ໃນຕຳແໜ່ງທີ່ເຮົາກຳນົດເອງສາມາດປະຕິບັດດັ່ງນີ້
ເລືອກເອົາປຸມຈຳເມັດຢູ່ໜ້າຊື່ຂອງ Panel
ລາກໄປຍັງຕຳແໜ່ງທີ່ຕ້ອງການ ເຊິ່ງຈະມີ 5 ພາກສ່ວນສະແດງຂື້ນມາ
ຊ້າຍ
ຂວາ
ເທິງ
ລຸ່ມ
ເຄິ່ງກາງ
ວາງໃນຕຳແໜ່ງທີ່ຕ້ອງການ
ຕົວຢ່າງ
ເປັນເຄື່ອງມືທີ່ເຮົາຈະໃຊ້ງານການແກ້ໄຂວີດີໂອຂອງເຮົາ
Selection Tool (V) ໃຊ້ສຳລັບເລືອກຄິບ ເຄື່ອນຍ້າຍຕຳແໜ່ງ ແລະ ເພີ່ມ-ລົດຄວາມຍາວຄິບ
Track Select Tool (A) ເລືອກຄິບທຸກຕົວທີ່ຢູ່ຖັດໄປທາງດ້ານຂວາຂອງຄິບທີ່ເຮົາເລືອກ
Ripple Edit Tool (B) ສຳລັບຄິກເລືອກແລ້ວລາກທີ່ຮອຍຕໍ່ລະຫວ່າງຄິບ ເພື່ອເພີ່ມ-ລົດຄວາມຍາວຄິບໂດຍຍັງຮັກສາຄວາມເຊື່ອມໂຍງລະຫວ່າງຄິບ ແຕ່ຈະບໍ່ຮັກສາໄລຍະເວລາໂດຍລວມ
Rolling Edit Tool (N) ສຳລັບຄິກເລືອກແລ້ວລາກທີ່ຮອຍຕໍ່ລະຫວ່າງຄິບ ເພື່ອເພີ່ມ-ລົດຄວາມຍາວຄິບໂດຍຍັງຮັກສາໄລຍະເວລາໂດຍລວມ
Rate Stretch (X) ສຳເລັບຄິກແລ້ວລາກ ເພື່ອເພີ່ມ-ລົດຄວາມໄປຂອງຄິບ
Razor Tool (E) ສຳລັບຕັດຄິບອອກເປັນແຕ່ລະສ່ວນ
Slip Tool (Y) ສຳລັບຄິກແລ້ວລາກເພື່ອຍ້າຍຕຳແໜ່ງຄິບ ໂດຍຍັງຮັກສາການເຊື່ອມຕໍ່ກັບຄິບທີ່ຕິດກັນ
Slide Tool (U) ສຳລັບຄິກແລ້ວລາກເພື່ອຍ້າຍຕຳແໜ່ງການຫຼີ້ນຄິບ (ໃຊ້ກັບຄິບທີ່ຖືກຕັດຊ່ວງຫົວທ້າຍອອກແລ້ວ)
Pen Tool (P) ເຄື່ອງມືສຳລັບປັບແຕ່ງຄີເຟມ ເຊັ່ນການແຕ້ມຮູບຊົງ ວົງມົນ,ສີ່ຫຼ່ຽມເປັນຕົ້ນ
Hand Tool (H) ໃຊ້ສຳລັບຄິກແລ້ວລາກ ເພື່ອຍ້າຍຕຳແໜ່ງການສະແດງພື້ນທີ່ເຮັດວຽກ
Zoom Tool (Z) ໃຊ້ສຳລັບຄິກແລ້ວລາກ ເພື່ອຫຍໍ້ຂະຫຍາຍ ການສະແດງພື້ນທີ່ຮັດວຽກ