Home / Premier pro / Adobe Premiere Pro
Adobe Premiere Pro ເປັນໂປຣແກຣມ ທີ່ໃຊ້ຕັດຕໍ່ພາບ ທັງພາບນິ່ງແລະພາບເຄື່ອນໄຫວ ຊຶ່ງເປັນ ທັງຫມົດໄປເຖິງວິດີໂອ ແມ່ນຈົນຮອດການເຮັດວຽກງານ ກ່ຽວກັບສຽງ ຂໍ້ຄວາມ ຫຼື ຫາກມີຂໍ້ມູນຮູບພາບຈາກກລ້ອງ ດິຈິຕອນຢູ່ແລ້ວ ກໍສາມາດນຳພາບທີ່ໄດ້ຖ່າຍໄວ້ມາຕັດຕໍ່ ເພື່ອສ້າງເປັນຮູບເງົາສຳລັບສ່ວນຕົວໄດ້ຄວາມສາມາດໃນການປັ ບແລະ ກວດສອບຄ່າສີ ໂທນສີ ຄວາມສະຫວ່າງ ແລະ ແສງເງົາ ຂອງໄຟລ໌ວີດິໂອໄດ້ຫລາຍຂຶ້ນ ໂດຍສາມາດປ່ຽນແປງຄ່າສີ ແລ້ວ ປຽບທຽບກັບໄຟລ໌ເດີມໄດ້ໃນໜ້າຕ່າງດຽວກັນ ແລະ ຍັງສາມາດຕັດຕໍ່ກ່ຽວກັບລະບົບສຽງໄດ້ຫລາຍຂຶ້ນAdobe Premiere Pro ເພີ່ມຂີດຄວາມສາມາດໃນການສ້າງ Effect ຮູບແບບຕ່າງໆໃຫ້ກັບສຽງ ອີກທັງຍັງເພີ່ມການປັບແຕ່ງສຽງ ໃນລະບົບ 5.1 Channel ນອກຈາກນັ້ນຍັງສາມາດສ້າງສຽງຄຸນນະພາບສູງໄດ້ດ້ວຍ Audio Mixer ສະໜັບສະໜູນການເຮັດວຽກງານເທິງມາດຕະຖານອຸດສາຫະກຳອື່ນໆ Adobe Premiere Pro ສາມາດຜະລິດງານຄຸນນະພາບສູງໄດ້ດີ ບໍ່ວ່າຈະເປັນການສ້າງໄຟລ໌ຄຸນນະພາບ ເຊັ່ນ MPEG 2 ຫຼື ແປງໄຟລ໌ໃຫ້ໄດ້ຮູບແບບສື່ວີດິໂອທີ່ຫຼາກຫຼາຍ ຄຸນສົມບັດຕ່າງໆ
ການເຮັດວຽກງານແບບ Real-Time Adobe Premiere Pro ໄດ້ເພີ່ມຄວາມສາມາດໃນການຕັດຕໍ່ແບບ Real-Time ສາມາດຕັດຕໍ່ ຕົກແຕ່ງ ແລະ ເບິ່ງຜົນງານທີ່ສ້າງ ໄດ້ທັນທີໂດຍທີ່ບໍ່ຕ້ອງກໍ່ການ Render ກ່ອນ ບໍ່ວ່າຈະໃສ່ Transition ການເຮັດ Motion Path ຫຼື ການເຮັດ Effect ຕ່າງໆ ກໍ່ຕາມເຮົາສາມາດເບິ່ງຜົນການປັບແຕ່ງໄດ້ທີ່ໜ້າຈໍສະແດງຜົນຄອບຄູ່ກັບການຕັດຕໍ່ພ້ອມກັນໄດ້ ແລະ ສາມາດເຮັດວຽກໄດ້ຫຼາຍໜ້າຕ່າງ Timeline ດຽວ Adobe Premiere Pro ເປີດໂອກາດໃຫ້ເຮົາຕັດຕໍ່ງານທີ່ຊັບຊ້ອນໄດ້ຫລາຍຂຶ້ນ ໂດຍສາມາດເພີ່ມ Sequence ແລະ ຍັງເຮັດວຽກໄດ້ຢ່າງບໍ່ຈໍາກັດເທິງໜ້າຕ່າງTimeline ເພື່ອໃຫ້ສາມາດປຽບທຽບຮູບແບບຂອງງານຕັດຕໍ່ແຕ່ລະຊິ້ນງານໄດ້ທັນທີ ໂດຍບໍ່ຕ້ອງສ້າງໂປຣເຈັກຕ໌ໃໝ່ ຫຼື ເປີດໂປຣເຈັກອື່ນໆຂຶ້ນມາໃຫ້ຫຍຸ້ງຍາກ ມີລະບົບປັບແຕ່ງສີສັນຂອງໂຟລ໌ວິດີໂອຢ່າງມືໂປຣ Adobe Premiere Pro ຂະຫຍາຍເຊັ່ນ ການແປງໄຟລ໌ ໃຫ້ໄດ້ຮູບແບບສື່ວີດິໂອທີ່ຫຼາກຫຼາຍ ເຊັ່ນ ການແປງໄຟລ໌ເປັນ DV,DVD,CD,VCD,SVCD ເປັນຕົ້ນ ນອກຈາກນັ້ນຍັງສາມາດເຮັດວຽກກັບໄຟລ໌ພາບນິ່ງ ແລະ ພາບຕໍ່ເນື່ອງ ໄດ້ ເຊັ່ນ TIFF , TIFF Sequence, PCX ,Al Sequence ເປັນຕົ້ນ