Home / ພື້ນຖານ Computer / Netbeans / ເຕັກນິກການຂຽນໂຄດ
Code suggestions ເປັນເຄື່ອງມືທີ່ຊ່ວຍໃຫ້ເຮົາຂຽນໂຄດໄດ້ໄວ ແລະ ງ່າຍຫຼາຍ ເພາະຈະມັນຈະມີຕົວເລືອກຄຳສັ່ງ ທີ່ເຮົາສາມາດເລືອກໄດ້ຕາມໃຈຄືກັບການຄົ້ນຫາຂໍ້ມູນຈາກ google ເລີຍເປັນເຄື່ອງມືທີ່ມີມານຳກັບ IDE ຍຸກປະຈຸບັນ
ວິທີການໃຊ້ງານ
ພິມໂຄດທີ່ເຮົາຕ້ອງການ 2-3 ຕົວອັກສອນ
ກົດປຸ່ມ Ctrl + Space bar
ກົດລູກສອນ ຂື້ນ ⬆️ ລົງ ⬇️ ທີ່ຄີບອດ ⌨️ ເພື່ອເລືອກເອົາຄຳສັ່ງທີ່ຕ້ອງການ
ກົດປຸ່ມ ↩ Enter ໃຊ້ງານໂຄດນັ້ນໆ
Code Template ເປັນໂຄດທີ່ເຮົາສາມາດຕັ້ງຂື້ນມາເພື່ອກັບຄຳສັ່ງທີ່ເຮົາຕ້ອງການເອົາໄວ້ ເພື່ອຊ່ວຍໃຫ້ເຮົາຂຽນໂຄດໄດ້ໄວຂື້ນ ເຮົາສາມາດບັນທຶກໂຄດຈຳນວນຫຼາຍເອົາໄວ້ ຈາກນັ້ນກໍ່ຕັ້ງໂຄດທີ່ຈະເອີ້ນຂື້ນມາໃຊ້ງານ ເມື່ອເຮົາຂຽນໂຄດທີ່ຕັ້ງໄວ້ ຄຳສັ່ງທັງໝົດທີ່ເຮົາບັນທຶກໄວ້ ຈະຖືກເອີ້ນມາໃຊ້ງານອັດຕະໂນມັດ
ວິທີການໃຊ້ງານ
ພິມໂຄດທີ່ເຮົາສ້າງໄວ້
ກົດປຸ່ມ Tab ທີ່ຄີບອດ ➡