Home / ພື້ນຖານ Java / Netbeans / ຕັ້ງຄ່າ netbean
ໃນໂປຣແກຣມ NetBeans ຈະມີຫຼາຍພາກສ່ວນທີ່ເຮັດວຽກຮ່ວມກັນເພື່ອໃຫ້ງ່າຍຕໍ່ການເຮັດວຽກ ຫຼື ການພັດທະນາໂປຣມແກຣມເທິງໜ້າຈໍຄອມພິວເຕີ ເພື່ອໃຫ້ແທດເໝາະຕໍ່ການນຳໃຊ້ ເຮົາຈື່ງຕ້ອງມີການຕັ້ງຄ່າບາງສ່ວນເພື່ອໃຫ້ເຮົາຂຽນໂຄດ ແລະ ອອກແບບໄດ້ງາຍຂື້ນນັ້ນເອງ ສ່ວນຫຼາຍການຕັ້ງຄ່າຂອງເຮົາຈະມີພຽງເລັກນ້ອຍເທົ່ານັ້ນເພາະ ໂປຣແກຣມ NetBeans ກໍ່ໄດ້ມີການອອກແບບການໃຊ້ງານທີ່ດີຢູ່ແລ້ວ ແຕ່ບາງພາກສ່ວນເຮົາກໍ່ຕ້ອງໄດ້ມີການຕັ້ງຄ່າເອງ ເຊັ່ນ ການຕັ້ງຄ່າຄຳສັງຄີລັດໂຄດ, ການຕັ້ງຄ່າຟ້ອນ ແລະ ສີ ການຣີເຊັດໜ້າຕ່າງເປັນຕົ້ນ
ການຕັ້ງຄ່າສີ ແລະ ຕົວອັກສອນແມ່ນການຕັ້ງຄ່າເພື່ອໃຫ້ເໝາະສົມ ແລະ ເຂົ້າໃຈງ່າຍໃນການຂຽນໂຄດ ສວນຫຼາຍ ແລ້ວຈະຂື້ນຢູ່ກັບຜູ້ໃຊ້ງານເອງວ່າຢາກໃຫ້ສີສັ້ນຂອງການຂຽນໂຄດນີ້ອອກມາໃນລັກສະນະແບບໃດ ຍົກຕົວຢ່າງເຊັ່ນສີຂອງການ Error ,ສີຂອງ Method ແລະ ສີຂອງຕົວອັກສອນນັ້ນເອງ
ເຮົາຈະຕັ້ງຄ່າໃຫ້ NetBeans ອ່ານຟ້ອນເປັນເພັດຊະລາດ ເພື່ອໃຫ້ເຮົາສາມາດອ່ານ ແລະ ຂຽນພາສາລາວໄດ້ນັ້ນເອງ ສ່ວນພາກສ່ວນຂອງສີ ໃຫ້ເປັບຕາມໃຈ
ເມື່ອເຮົາຕັ້ງຄ່າສຳເລັດເຮົາຈະສາມາດຂຽນພາສາລາວໄດ້
ຖ້າເຮົາຢາກໃຫ້ໜ້າຕ່າງກັບຄືນມາເປັນແບບເກົ່າເຮົາຕ້ອງທຳການ Reset ກັບຄືນນັ້ນເອງ ຕາມຂັ້ນຕອນດັ່ງລຸ່ມນີ້
ໜ່າຕ່າງຂອງໂປຣແກຣມກັບຄືນມາເປັນຄ່າເລີ່ມຕົ້ນ ແລະ ພ້ອມໃຊ້ງານຕາມປົກກະຕິ
ໂດຍປົກກະຕິແລ້ວໂປຣແກຣມຈະມີພາກສ່ວນໃຫ້ເຮົາສາມາດນຳເຄື່ອງມືຕ່າງມາເພີ່ມເຂົ້າເພື່ອເພີ່ມປະສິດທິພາບໃນການເຮັດວຽກໃຫ້ສູງຂື້ນ ເຊິ່ງໂປຣແກຣມ NetBeans ກໍ່ໄດ້ມີພາກສ່ວນນີ້ເຊັ່ນດຽວກັນ ທີ່ເຮົາເອີ້ນກັນຈະແມ່ນ Pugin ໃນໂປຣແກຣມຈະມີສ່ວນເສີມໃຫ້ເຮົາເລືອກໃຊ້ແບບບໍ່ຈຳກັບ ຂື້ນກັບໜ້າວຽກຂອງເຮົາວ່າຈະເລືອກໃຊ້ຕົວໃດມາເຮັດວຽກ ໂດຍສ່ວນຫຼາຍໂປຣແກຣມ NetBeans ນີ້ສາມາດຂຽກໂປຣແກຣມໄດ້ເກືອບທຸກພາສາ ຍົກຕົວຢ່າງເຊັ່ນ : HTML, CSS, PHP, Java Script, C ແລະ C++ ຫຼື ຈະເປັນໂປຣແກຣມໃນການລາຍງານ iReport ກໍ່ໄດ້ເຊັ່ນດຽວກັນ ຂັ້ນຕອນການເພີ່ມ ຫຼື ຕິດຕັ້ງສ່ວນເສີມມີດັ່ງນີ້
ໝາຍເຫດ: ຖ້າເຮົາເລືອກ Available Pugin ເຮົາຕ້ອງໄດ້ເຊື່ອມຕໍ່ອິນເຕີເນັດກ່ອນຈຶ່ງສາມມາດຕິດຕັ້ງໄດ້