ເຄື່ອງ MFP A3 ສີ
ຖ່າຍເອກະສານ, ພິມ, ສະແກນ, ແຟກ (ອຸປະກອນເສີມ)
ພິມງານດ້ວຍຄວາມໄວ 45 ແຜ່ນ/ນາທີ
ເປັນມິດຕໍ່ສິ່ງແວດລ້ອມ
ມີຄຸນສົມບັດຄວາມປອດໄພທີ່ແຂງແຮງ
ແບ່ງປັນຂໍ້ມູນໄດ້ຢ່າງງ່າຍດາຍ
ເຊື່ອມຕໍ່ເຄື່ອງພິມແບບຫຼາຍຟັງຊັນຂອງ RICOH ກັບອຸປະກອນອື່ນໆ ລວມທັງ Smart Device ແລະບໍລິການ Cloud ທີ່ຫຼາກຫຼາຍ ຜ່ານແອບພິເຄຊັນ ແລະ ໂຊລູຊັນ Workflow ທີ່ໃຊ້ງານງ່າຍ ເພື່ອໃຫ້ທ່ານສາມາດເຂົ້າເຖິງ ແບ່ງປັນ ແລະໃຊ້ງານຂໍ້ມູນໄດ້ທັນທີ.
ທັນສະໄໝຢູ່ສະເໝີ
ບອກລາການຕ້ອງຊື້ເຄື່ອງໃໝ່ບ່ອຍໆ ເພື່ອໄດ້ຟັງຊັນການໃຊ້ງານທີ່ຕ້ອງການ ດ້ວຍເທັກໂນໂລຊີ RICOH Always Current Technology ທີ່ຊ່ວຍໃຫ້ທ່ານສາມາດດາວໂຫລດຟັງຊັນໃໝ່ໆ, ແອບພິເຄຊັນ ແລະ ການອັບເກຣດໃໝ່ໆ ເພື່ອຕິດຕັ້ງເພີ່ມຄວາມສາມາດໃຫ້ກັບອຸປະກອນຂອງທ່ານໄດ້ຕະຫຼອດເວລາ.
ຜະລິດເອກະສານແບບມືອາຊີບ
ສາມາດຕິດຕັ້ງອຸປະກອນເສີມ Booklet Finisher ທີ່ຈູດກະດາດໄດ້ສູງສຸດເຖິງ 3,000 ແຜ່ນ ແລະສາມາດເຢັບເອກະສານໄດ້ສູງສຸດຫຼາຍຮອບໃນແຕ່ລະຊຸດຫຼືໃນແຕ່ລະປຶ້ມໄດ້ສູງສຸດ 65 ແຜ່ນ.
ຈັດການເຄື່ອງໄດ້ສະດວກຫຼາຍຂຶ້ນ
ຮຸ່ນໃໝ່ IM C Series ຮອງຮັບການສ້າງບັນຊີຜູ້ຄວບຄຸມເຄື່ອງ (admin role) ໄດ້ແບບບໍ່ຈຳກັດຈຳນວນ ແລະສາມາດກຳນົດສິດໃນການໃຊ້ງານໄດ້ຕາມຄວາມເໝາະສົມ ເພື່ອປ້ອງກັນຄວາມສຽງຈາກການແບ່ງປັນ Admin ID ໃຫ້ຄົນຈຳນວນຫຼາຍໃຊ້ຮ່ວມກັນ.
ນອກຈາກນັ້ນ ຍັງສາມາດເຊື່ອມໂຍງກັບລະບົບຈັດການຜູ້ໃຊ້ວຽກ ເຊັ່ນ Windows Authentication ແລະ LDAP Authentication ໄດ້ດ້ວຍ.
ເຊື່ອມຕໍ່ກັບອຸປະກອນມືຖື
ສັ່ງພິມ ຫຼື ສະແກນເອກະສານໄດ້ຢ່າງງ່າຍດາຍ ຜ່ານສະມາດໂຟນ ແລະ ແທັບເລັດ ໂດຍໃຊ້ແອັບພິເຄຊັນ Smart Device Connector.
ເປັນມິດຕໍ່ສິ່ງແວດລ້ອມ
IM C4510 ລົດການໃຊ້ພລາສຕິກໃນກ່ອງບັນຈຸໄດ້ຫຼາຍຮອດ 50% ແລະຕົວເຄື່ອງຍັງຊ່ວຍປະຫຍັດໄຟຟ້າໄດ້ຫຼາຍຂຶ້ນ. ນອກຈາກນັ້ນ ຍັງຊ່ວຍລົດການໃຊ້ກະດາດໂດຍສະແກນເອກະສານແລ້ວແປງໃຫ້ເປັນໄຟລ໌ດິຈິຕອລແທນ.
Office Print : IM 600F/SP3710SP/M300/IM2702/IM2500/IM7000/IM C2000/IM C2510/IM C4510
> ດາວໂຫຼດ Driver > ວິດີໂອເເນະນຳ > ຄວາມຮູ້ພື້ນຖານ
> ການເເຈ້ງເຕືອນຄວາມປອດໃຜ > part catalog > service menual