Third person singular ຫຼື ບຸລຸດທີ 3 ຈຳນວນໜ້ອຍ ໝາຍເຖິງທຸກໆຄຳນາມທີ່ເປັນຈຳນວນໜ້ອຍ (ມີສິ່ງດຽວ, ອັນດຽວ, ຄົນດຽວ…) ຍົກເວັ້ນ “I” ແລະ “you” ເຊັ່ນ: he, she, it, cat, dog, fan, car, John, Naly, Somsy, etc.
ອັນທີ່ຈິງແລ້ວຄຳວ່າບຸລຸດທີ 3 ຈະໝາຍເຖິງບຸກຄົນທີ່ 3 ທີ່ຖືກເວົ້າເຖິງໃນບົດສົນທະນາ ແຕ່ບໍ່ໄດ້ຮ່ວມວົງສົນທະນານຳ (ສະຫຼຸບຄື ຜູ້ຖືກນິນທາຫັ້ນຫຼະ 555+). ສ່ວນບຸລຸດທີ 1 ແມ່ນໝາຍເຖິງຕົວເຮົາເອງ ຫຼື ຕົວພວກເຮົາເອງເຊິ່ງໃນພາສາອັງກິດກໍຈະກົງກັບຄຳວ່າ “I” ແລະ “We”. ສ່ວນບຸລຸດທີ 2 ກໍໝາຍເຖິງ “you” ທີ່ແປວ່າເຈົ້າ ຫຼື ພວກເຈົ້ານັ້ນເອງ.
ຕາມປົກກະຕິໃນ present tense ຈະຕ້ອງຕື່ມ S ໃສ່ທ້າຍຄຳກິລິຍາເມື່ອ Subject ເປັນບຸລຸດທີ 3 (He, She, It). ສ່ວນຫຼັກການເຕີມ -s ຫຼື -es ນັ້ນຈະໃຊ້ຫຼັກການຄ້າຍຄືກັນກັບການປ່ຽນ singular noun (ຄຳນາມຈຳນວນໜ້ອຍ) ເປັນ plural noun (ຄຳນາມຈຳນວນຫຼາຍ).
Verb 3rd Person
Speak Speaks
Play Plays
Give Gives
Make Makes
He speaks three languages.
ລາວເວົ້າໄດ້ 3 ພາສາ.
She drinks coffee every morning.
ລາວດື່ມກາເຟທຸກໆເຊົ້າ.
My dog hates my cat.
ໝາຂອງຂ້ອຍຊັງແມວຂອງຂ້ອຍ.
1. ຖ້າຄຳກິລິຍາໃດລົງທ້າຍດ້ວຍ SS, X, CH, SH ຫຼື O, ຕ້ອງຕື່ມ + ES.
Verb 3rd Person
Kiss Kisses
Fix Fixes
Watch Watches
Crash Crashes
Go Goes
A mechanic fixes car.
ຊ່າງກົນຈັກແປງລົດ.
She watches TV every afternoon.
ລາວເບິ່ງໂທລະພາບທຸກໆຕອນບ່າຍ.
He kisses his wife before he goes to work.
ລາວຈູບເມຍລາວກ່ອນໄປວຽກ.
2. ຖ້າຄຳກິລິຍາລົງທ້າຍດ້ວຍ Consonant + Y (ພະຍັນຊະນະ + Y), ໃຫ້ປ່ຽນ Y ເປັນ + IES.
Verb 3rd Person
Carry Carries
Hurry Hurries
Study Studies
Deny Denies
Isabel studies every night.
ອິຊາເບລ໌ຮຽນໜັງສືທຸກໆຄືນ.
The baby cries all the time.
ເອນ້ອຍໃຫ້ຕະຫຼອດເວລາເລີຍ.
He denies all responsibility.
ລາວປະຕິເສດຄວາມຮັບຜິດຊອບທັງໝົດເລີຍ.
ໃນການສ້າງປະໂຫຍກປະຕິເສດເຮົາຈະໃຊ້ຄຳກິລິຍາຊ່ວຍ “do not” ເຂົ້າມາ. ແລະ ໃຫ້ຈື່ໄວ້ ວ່າໃນປະໂຫຍກທີ່ Subject ເປັນ 3rd person ເຮົາສາມາດຜັນຮູບຮ່າງຄຳກິລິຍາໄດ້ພຽງຄຳທີ່ໃກ້ກັບ Subject ທີ່ສຸດບ່ອນດຽວເທົ່ານັ້ນໃນປະໂຫຍກ.
Positive Negative
I talk I do not talk
She talks She does not talk
You sleep You do not sleep
He sleeps He does not sleep
Carol studies Carol does not study
We study We do not study
ສັງເກດໃນຕົວຢ່າງດ້ານເທິງ - talk, sleep ແລະ study ເມື່ອຂຽນເປັນປະໂຫຍກປະຕິເສດມັນຈະບໍ່ປ່ຽນຮູບ ຫຼື ບໍ່ຜັນເມື່ອ Subject ເປັນບຸລຸດທີ 3, ນັ້ນກໍຍ້ອນວ່າໃນປະໂຫຍກປະຕິເສດຄຳກິລິຍາຫຼັກມັກຈະເປັນ infinitive ແບບເປືອຍສະເໝີ (ບໍ່ມີ TO ນຳໜ້າ). ພ້ອມຍັງບໍ່ມີການປ່ຽນຮູບຮ່າງເມື່ອ Subject ເປັນບຸລຸດທີ 3 ກໍຄືບໍ່ມີການຕື່ມ S ໃສ່ທ້າຍຄຳກິລິຍາໃນປະໂຫຍກປະຕິເສດ.
· He speaks Italian
ລາວເວົ້າພາສາອີຕາລີ.
· He doesn't speak Italian.
ລາວບໍ່ເວົ້າພາສາອິຕາລີ.
ສິ່ງທີ່ຄວນຈື່: “Do not” ຂຽນຫຍໍ້ເປັນ “Don't”
“Does not” ຂຽນຫຍໍ້ເປັນ Doesn't.