I like Lao food.
He likes Lao food, too.
They like Lao food very much.
I don’t (do not) like Lao food.
He does not (doesn’t) like Lao food.
They don’t (do not) like Lao food.
A: Do you like Lao food?
B: Yes, I do. / No, I don't.
A: Does he like French food?
B: Yes, he does. / No, he doesn't.
A: Do they like Lao food?
B: Yes, they do. / No, they don't.
what (ຫຍັງ)/ when (ເມື່ອໃດ) / where (ຢູ່ໃສ) / why (ຍ້ອນຫຍັງ) / who (ໃຜ) / how (ຈັງໃດ)
What do you do every day?
When do you play football with Tom?
Where do you play football with Tom at 4 p.m. every day?
How often do you play football with Tom?
Who do you play football with every day?
Who plays football with Tom at 4 p.m. at Thangone football field every day?
Simple present (ໃນບາງຕຳລາອາດຈະເອີ້ນວ່າ present simple ຫຼື present indefinite) ແມ່ນ tense ທີ່ຖືກນຳໃຊ້ເພື່ອສະແດງເຖິງສິ່ງທີ່ເກີດຂຶ້ນຊ້ຳໆ, ນິໄສ ຫຼື ຄວາມເປັນຈິງທົ່ວໄປ. ນອກນັ້ນ Simple present ຍັງຖືກນຳໃຊ້ເວົ້າກ່ຽວກັບເຫດການທີ່ມີການກຳນົດຕາຕະລາງເວລາໄວ້ຊັດເຈນວ່າຈະເກີດຂຶ້ນໃນອະນາຄົດອັນໃກ້ ແລະ ໃນບາງກໍລະນີກໍສາມາດໃຊ້ກັບເຫດການທີ່ກຳລັງເກີດຂຶ້ນໃນຕອນຂະນະທີ່ເວົ້າໄດ້ເຊັ່ນກັນ. ສຳລັບຄຳອະທິບາຍໂດຍລະອຽດ, ຕົວຢ່າງ ແລະ ບົດເຝິກຫັດສາມາດອ່ານຕໍ່ໄດ້ດ້ານລຸ່ມ.
Simple present ແມ່ນຮູບແບບພື້ນຖານຂອງຄຳກິລິຍາ, ປະໂຫຍກຄຳຖາມກໍຖືກສ້າງຂຶ້ນໂດຍນຳໃຊ້ do ຂຶ້ນໜ້າ ແລະ ປະໂຫຍກປະຕິເສດກໍຖືກສ້າງຂຶ້ນໂດຍນຳໃຊ້ do not ໄປວາງໃສ່ລະຫວ່າງກາງຂອງ Subject ແລະ Main Verb.
Statement: You speak English.
Question: Do you speak English?
Negative: You do not speak English.
ຖ້າປະທານຂອງປະໂຫຍກເປັນ third person singular ຫຼື ບຸລຸດທີ 3 ຈຳນວນໜ້ອຍ, -s ຫຼື -es ກໍຈະຖືກຕື່ໃສ່ Verb. ປະໂຫຍກຄຳຖາມກໍຖືກສ້າງຂຶ້ນໂດຍນຳໃຊ້ does ຂຶ້ນໜ້າ ແລະ ປະໂຫຍກປະຕິເສດກໍຖືກສ້າງຂຶ້ນໂດຍນຳໃຊ້ does not ໄປວາງໃສ່ລະຫວ່າງກາງຂອງ Subject ແລະ Main Verb ແທນ ເຊິ່ງທັງປະໂຫຍກຄຳຖາມ ແລະ ປະໂຫຍກປະຕິເສດເຮົາຈະບໍ່ຕື່ມ -s ໃສ່ Main Verb.
Statement: He speaks English.
Question: Does he speak English?
Negative: He does not speak English.
ໃຫ້ໃຊ້ simple present ເພື່ອອະທິບາຍເຖິງການກະທຳທີ່ເກີດຂຶ້ນຊ້ຳ ຫຼື ເກີດຂຶ້ນຕາມປົກກະຕິ. ການກະທຳພວກນີ້ອາດຈະເປັນນິໄສ, ກິດຈະກຳທີ່ມັກເຮັດຍາມຫວ່າງ, ກິດຈະວັດປະຈຳວັນ, ກິດຈະກຳທີ່ໄດ້ວາງຕາຕະລາງເວລາລ່ວງໜ້າ ຫຼື ບາງສິ່ງທີ່ມັກເກີດຂຶ້ນປະຈຳ. ນອກນັ້ນ, ມັນຍັງສາມາດເປັນບາງສິ່ງທີ່ບຸກຄົນມັກລືມຕະຫຼອດ ຫຼື ມັກຈະບໍ່ກະທຳ.
Examples:
I play tennis.
ຂ້ອຍຫຼິ້ນເທັນນິດ (ສິ່ງທີ່ເຮັດປົກກະຕິ)
She does not play tennis.
ລາວບໍ່ຫຼິ້ນເທັນນິດ (ສິ່ງທີ່ເຮັດປົກກະຕິ)
Does he play tennis?
ລາວຫຼິ້ນເທັນນິດບໍ? (ຖາມເຖິງສິ່ງທີ່ເຮັດປົກກະຕິ)
The train leaves every morning at 8 AM.
ລົດໄຟອອກທຸກໆເຊົ້າ ເວລາ 8 AM (ຕາຕະລາງເວລາທີ່ວາງໄວ້ແລ້ວ)
The train does not leave at 9 AM.
ລົດໄຟບໍ່ອອກເວລາ 9 AM. (ຕາຕະລາງເວລາທີ່ວາງໄວ້ແລ້ວ)
When does the train usually leave?
ປົກກະຕິລົດໄຟອອກເວລາຕອນໃດ? (ຕາຕະລາງເວລາທີ່ວາງໄວ້ແລ້ວ)
She always forgets her purse.
ລາວມັກລືມກະເປົ໋າເງິນຂອງລາວຕະຫຼອດ. (ນິໄສ)
He never forgets his wallet.
ລາວບໍ່ເຄີຍລືມກະເປົ໋າຂອງລາວ. (ນິໄສ)
Every twelve months, the Earth circles the Sun.
ທຸກໆ 12 ເດືອນ, ໂລກເຄື່ອນທີ່ອ້ອມດວງອາທິດ {ໄດ້ 1 ຮອບ}. (ສິ່ງທີເກີດຂຶ້ນຕາມປົກກະຕິ)
Does the Sun circle the Earth?
ດວງອາທິດໂຄຈອນອ້ອມໂລກບໍ? (ສິ່ງທີເກີດຂຶ້ນຕາມປົກກະຕິ)
Simple present ສາມາດນຳໃຊ້ເພື່ອບອກເຖິງຄວາມເຊື່ອຂອງຜູ້ເວົ້າທີ່ເຄີຍເປັນຄວາມຈິງມາກ່ອນ, ເປັນຄວາມຈິງໃນປັດຈຸບັນ ແລະ ຈະເປັນຄວາມຈິງໃນອະນາຄົດ. ມັນກໍບໍ່ສຳຄັນຖ້າຜູ້ເວົ້ານັ້ນເວົ້າຜິດຈາກຄວາມເປັນຈິງ. ນອກນັ້ນ, simple present ຍັງສາມາດຖືກນຳໃຊ້ເພື່ອບົ່ງບອກລັກສະນະທົ່ວໄປຂອງບຸກຄົນ ຫຼື ສິ່ງຂອງ.
Examples:
Cats like milk.
ແມວມັກນົມ (ຄວາມເຊື່ອ)
Birds do not like milk.
ນົກບໍ່ມັກນົມ (ຄວາມເຊື່ອ)
Do pigs like milk?
ໝູມັກນົມບໍ (ຄວາມເຊື່ອ)
California is in America.
ຄາລິຟໍເນຍຢູ່ໃນອາເມລິກາ (ຄວາມເຊື່ອ)
California is not in the United Kingdom.
ຄາລິຟໍເນຍບໍ່ໄດ້ຢູ່ໃນປະເທດອັງກິດ (ຄວາມເຊື່ອ)
Windows are made of glass.
ປ່ອງຢ້ຽມຖືກສ້າງມາຈາກແກ້ວ (ຄວາມເຊື່ອ)
Windows are not made of wood.
ປ່ອງຢ້ຽມບໍ່ຖືກສ້າງມາຈາກແກ້ວ (ຄວາມເຊື່ອ)
New York is a small city.
ນິວຢອກເປັນເມືອງນ້ອຍ. ບໍ່ສຳຄັນວ່າມັນຈະຜິດຈາກເປັນຄວາມຈິງ.
ຜູ້ເວົ້າພາສາອັງກິດສາມາດໃຊ້ simple present ເພື່ອກ່າວເຖິງເຫດການທີ່ຈະເກີດຕາມຕາຕະລາງເວລາໃນອະນາຄົດອັນໃກ້. ການໃຊ້ໃນກໍລະນີນີ້ສ່ວນຫຼາຍຈະຖືກນຳໃຊ້ເພື່ອເວົ້າກ່ຽວກັບການຂົນສົ່ງສາທາລະນະ, ແຕ່ມັນກໍສາມາດຖືກນຳໃຊ້ກັບເຫດການທີ່ຖືກວາງແຜນໄວ້ລ່ວງໜ້າກໍໄດ້ເຊັ່ນກັນ.
Examples:
The train leaves tonight at 6 PM.
The bus does not arrive at 11 AM, it arrives at 11 PM.
When do we board the plane?
The party starts at 8 o'clock.
When does class begin tomorrow?
ບາງຄັ້ງພາສາອັງກິດກໍໃຊ້ simple present ເພື່ອກ່າວເຖິງເຫດການທີ່ກຳລັງເກີດຂຶ້ນ ຫຼື ບໍໄດ້ກຳລັງເກີກຂຶ້ນ, ແຕ່ຄຳກິລິຍາໃນປະໂຫຍກຕ້ອງເປັນ non-continuous verbs ແລະ mixed verbs ທີ່ມີຄວາມໝາຍເປັນ non-continuous verbs ເທົ່ານັ້ນ.
Examples:
I am here now.
She is not here now.
He needs help right now.
He does not need help now.
He has his passport in his hand.
Do you have your passport with you?
ຕົວຢ່າງດ້ານລຸ່ມນີ້ສະແດງເຖິງຕຳແໜ່ງຕາມຫຼັກໄວຍາກອນຂອງ adverbs ເຊັ່ນ: always, only, never, ever, still, just, etc.
Examples:
You only speak English.
Do you only speak English?
Examples:
Once a week, Tom cleans the car. Active
Once a week, the car is cleaned by Tom. Passive