ໜວ່ຍພັກຫໍສະໝຸດກອງທັບ ຈັດຕັ້ງພິທີຮັບສະມາຊິກພັກສົມບູນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈຳເດືອນ 8/2025 ພ້ອມດ້ວຍວາງທິດທາງແຜນການປະຈໍາເດືອນ 9/2025.
ໜວ່ຍພັກຫໍສະໝຸດກອງທັບ ຈັດຕັ້ງພິທີຮັບສະມາຊິກພັກສົມບູນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈຳເດືອນ 8/2025 ພ້ອມດ້ວຍວາງທິດທາງແຜນການປະຈໍາເດືອນ 9/2025.
ໃນເວລາ 13:30 ຂອງວັນທີ່ 26 ສີງຫາ 2025. ທີ່ຫໍສະໝຸດກອງທັບ, ໄດ້ມີພິທີຮັບສະມາຊິກພັກສົມບູນ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັທ ນ. ຄູນທອງ ທໍາມະວົງ ຮອງເລຂາໜວ່ຍພັກ, ຮັກສາການອໍານວຍການຫໍສະໝຸດກອງທັບ. ມີບັນດາສະມາຊິກພັກສົມບູນ, ສໍາຮອງ ເຂົ້າຮວ່ມຢ່າງພ້ອມພຽງ.
ສະຫາຍ ນ. ພົນເມກ ດາລາວົງ ຮອງພະແນກບໍລິຫານສັງລວມ. ຂື້ນຜ່ານຂໍ້ຕົກລົງຂອງຄະນະພັກກົມໃຫ່ຍການເມືອງກອງທັບ ອະນຸມັດໃຫ້ ສະຫາຍ ຮທ ໝອນແກ້ວ ເພັດອຸດອນ ສະມາຊິກພັກສໍາຮອງເລື່ອນຂື້ນເປັນສະມາຊິກພັກສົມບູນ.
ໂອກາດດັ່ງກ່າວ ສະຫາຍ ພັທ ນ. ຄູນທອງ ທໍາມະວົງ ຮອງເລຂາໜວ່ຍພັກ ຫໍສະໝຸດກອງທັບໂອ້ລົມ ຕໍ່ສະມາຊິກພັກໃໝ່ເຊີ່ງສະຫາຍໄດ້ເໜັ້ນໜັກເຖີງບັນຫາຂໍ້ກໍານົດກົດລະບຽບຂອງພັກ ໂດຍສະເພາະຄວາມເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເຮັດໃຫ້ຕົນເອງກາຍເປັນສະມາຊິກພັກທີ່ດີເດັ່ນ ແລະ ສະຫາຍ ສະມາຊິກພັກໃໝ່ຂື້ນຮັບຄໍາໂອ້ລົມຈາກປະທານ.
ພາຍຫຼັງພິທີຮັບສະມາຊິກພັກສົມບູນສໍາເລັດ ກອງປະຊຸມກໍ່ໄດ້ສືບຕໍ່ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພັກປະຈໍາເດືອນ 8/2025 ພ້ອມດ້ວຍວາງທິດທາງແຜນການປະຈໍາ 9/2025 ພິທີປິດວົງໃນເວລາ 15:00 ຂອງວັນດຽວກັນດ້ວຍຜົນສໍາເລັດອັນຈົບງາມ.