ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນປີ 1975 ພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ ແລະ ລູກແຫຼ້ງຕີນມືຂອງພວກເຂົາຍັງບໍ່ລົດລະໃນຄວາມພະຍາຍາມ ມ້າງເພທຳລາຍການປະຕິວັດໃນທຸກໆດ້ານ ພວກເຂົາໄດ້ດຳເນີນກົນອຸບາຍຫຼາຍຮູບຫຼາຍສີທີ່ເລີກແລບ ທາງດ້ານການ ເມືອງ, ການທະຫານ, ເສດຖະກິດ, ວັດທະນະທໍາສັງຄົມ ແລະ ການຕ່າງປະເທດ ຫວັງມ້າງເພທຳ ລາຍ ການປະຕິວັດລາວໃນສະເພາະໜ້າ ແລະ ຍາວນານ.

   ໄປພ້ອມກັບການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຂອງກອງທັບ ແລະ ປະຊາຊົນລາວ, ການຕໍ່ສູ້ປົກປັກຮັກສາ ເອກະລາດ ອະທິປະໄຕ ແລະ ການກໍ້ສ້າງລະບອບໃໝ່ ຈີ່ງເປັນບັນຫາສຳຄັນ, ຈຳເປັນ ແລະ ເປັນໜ້າທີ່ຂອງໝົດທຸກຄົນ, ປະເທດລາວໄດ້ຮັບການສະຖາປະນາ ແລະ ເດີນຕາມລະບອບສັງຄົມນິຍົມ ປະຊາຊົນບັນດາເຜົ່າໄດ້ເປັນເຈົ້າຂອງປະເທດຊາດ, ປະເທດຊາດມີຊັບພະ ຍາກອນທີ່ອຸດົມສົມບູນ, ແຕ່ເວລານີ້ຮາກຖານເສດຖະກິດຍັງດ້ອຍພັດທະນາ ແລະ ລະດັບວັດທະນະ ທຳຍັງຕໍ່າ.

   ສົມທົບກັບການປັບປຸງຍົກລະດັບຄວາມຮູ້ຄວາມສາມາດອັນຮອບດ້ານໃຫ້ແກ່ນາຍ ແລະ ພົນ ທະຫານກ້າວຂື້ນສູ່ລະດັບສູງເທື່ອລະກ້າວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງກອງທັບທີ່ມີແບບແຜນທັນສະໄໝເທື່ອລະກ້າວ ຄຽງຄູ່ກັບການປະຕິບັດການເຄື່ອນໄຫວ ວັດທະນະທຳແນວຄິດໄປກ່ອນກ້າວໜື່ງ ທີ່ພັກລັດເຮົາໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫ່ຍຄັ້ງທີ່ III ໃນນັ້ນວຽກງານຫໍສະໝຸດກໍ່ເປັນສວ່ນໜື່ງທີ່ສຳຄັນປະກອບສວ່ນຢ່າງແຂງແຮງເຂົ້າໃນພາລະກິດ ປະຕິວັດ, ວັດ ທະນະທຳ ແນວຄິດເພື່ອໂຄສະນາ ແລະ ຜັນຂະຫຍາຍແນວທາງຍຸດທະສາດຂອງພັກ, ລັດເຮົາ ຫໍສະໝຸດແມ່ນເຄື່ອງວັດແທກຄວາມສີວິໄລ ແລະ ຄວາມຫຼ້າຫຼັງຂອງຊາດຄືດັ່ງເລນີນໄດ້ນີຍາມໄວ້ວ່າ:     “ ຫໍສະໝຸດແມ່ນສາງຄັງຄວາມຮູ້ ”

I. ທີ່ຕັ້ງ, ພາລະບົດບາດ,ແລະ ໜ້າທີ່ຂອງຫໍສະໝຸດກອງທັບ.

1/ ທີ່ຕັ້ງ.

   ຫໍສະໝຸດກອງທັບ ສ້າງຕັ້ງຂື້ນໃນວັນທີ່ 23 ກຸມພາ 1987 ທີ່ຄ້າຍໂພນເຄັງ, ຖະໜົນໄກ ສອນ ພົມວິຫານ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຈາກອາດິດເຖີງປະຈຸບັນ ຫໍສະໝຸດກອງ ທັບ ໄດ້ຜ່ານຂະບວນວິວັດທະນາການປັບປຸງກໍ່ສ້າງຕາມທິດກໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງຮັບປະ ກັນໄດ້ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ.

  ຕະຫຼອດໄລຍະ 40 ປີແຫ່ງການເຕີບໃຫ່ຍຂະຫຍາຍຕົວດັ່ງກ່າວ ຜ່ານມາຄະນະພັກ - ຄະນະອຳນວຍການ ຫໍສະໝຸດກອງທັບ ໄດ້ເປັນເອກະພາບວາງແນວທາງຍຸດທະສາດໃນການນຳພາກົມກອງເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍສະເພາະວຽກງານແນວຄິດ, ວັດທະນະທຳ, ສັງຄົມແລະ ວຽກງານການສຶກສາ ເອົາໃຈໃສປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງເຮັດໃຫ້ກົມກອງເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງຈົບງາມ. ( ຫໍສະໝຸດກອງທັບມີສະຖານະທຽບເທົ່າກອງ ພັນໃຫ່ຍ ).

2/ ພາລະບົດບາດ.                                             

   ຫໍສະໝຸດກອງທັບແມ່ນອົງການຈັດຕັ້ງໜື່ງຂອງກະຊວງປ້ອງກັນປະເທດ ເປັນຫົວໜວ່ຍກົມກອງ ທີ່ຂື້ນກັບກົມໃຫ່ຍການເມືອງກອງທັບ, ພາຍໃຕ້ການຊີ້ນຳດ້ານວິຊາສະເພາະໂດຍກົມໂຄສະນາອົບຮົມກົມໃຫ່ຍການເມືອງກອງທັບ. ຫໍສະໝຸດກອງທັບມີບົດບາດໃນການຊີ້ນຳ ຫ້ອງສະໝຸດຢູ່ບັນດາກົມກອງຕ່າງໆ ໃນກອງທັບປະຊາຊົນລາວ, ມີບົດບາດໃນການຊີ້ນຳ-ບັນຊາກົມກອງເຮັດວຽກງານພັກ, ວຽກງານການເມືອງ ເພື່ອປັບປຸງກໍ່ສ້າງກົມກອງ, ບຳລຸງກໍ່ສ້າງ, ບັນຈຸຊັບຊ້ອນພະນັກງານສະມາຊິກພັກ ແລະ ນັກຮົບ ເພື່ອເຮັດໃຫ້ການປັບປຸງກໍ່ສ້າງກຳລັງພາຍໃນກົມກອງມີຄວາມເຂັ້ມແຂງ ໜັກແໜ້ນ, ຕິດພັນກັບການສ້າງກົມກອງ ໃຫ້ກາຍເປັນກອງປອດໃສເຂັ້ມແຂງໜັກແໜ້ນ.

    ນອກຈາກບົດບາດດັ່ງກ່າວນັ້ນ ຫໍສະໝຸດກອງທັບຍັງເປັນ ເສນາທິການໃຫ້ແກ່ກົມໃຫ່ຍການເມືອງກອງທັບ ເປັນກະບອກສຽງໃຫ້ແກ່ກອງທັບ ໃນການໂຄສະນາຂໍ້ມູນຂ່າວສານໃຫ້ແກ່ພະນັກງານນັກ-ຮົບ ກໍ່ຄືປວງຊົນລາວທັ້ງຊາດ ໄດ້ຮັບຮູ້ແລະ ເຂົ້າໃຈຕໍ່ແນວທາງປ່ຽນແປງໃຫ່ມຂອງພັກແຕ່ລະໄລຍະ.

ກ/ ພາລະບົດບາດດ້ານວິຊາສະເພາະ.

     ຫໍສະໝຸດກອງທັບມີບົດບາດປະກອບສວ່ນໂຄສະນາ ບັນດາທັດຊະນະແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ລະບຽບວິໄນ ແລະ ຂໍ້ກຳນົດຕ່າງໆຂອງກອງທັບປະກອບສວ່ນເຂົ້າໃນການສ້າງກອງທັບໃຫ້ເຂັ້ມແຂງ ທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ.

     ຮັບໃຊ້ການຄົ້ນຄ້ວາ ການຮຽນຮູ້ ເພື່ອຍົກສູງຄວາມຮູ້, ວິຊາສະເພາະນຳໃຊ້ ວິທະຍາສາດເຕັກໂນໂລຢີເຂົ້າໃນຂົງເຂດການທະຫານ, ຍົກສູງລະດັບກຽມພ້ອມສູ້ຮົບປະກອບສວ່ນ ເຂົ້າໃນການສ້າງກອງທັບເຮົາໃຫ້ກາຍເປັນກອງທັບປະຕິວັດທີ່ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄຫ່ມ.

     ເປັນສະຖານທີ່ເສີມສ້າງຄວາມຄິດທີ່ສ້າງສັນທັ້ງເປັນສູນຂໍ້ມູນຂ່າວສານດ້ານຕ່າງໆ.

3/ ໜ້າທີ່ຂອງຫໍສະໝຸດກອງທັບ.

-         ຫໍສະໝຸດກອງທັບເປັນກົມກອງໜື່ງທີ່ເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະ ພ້ອມກັບເຮັດໜ້າທີ່ການເມືອງຄືກັນກັບກົມກອງອື່ນໆ. ໃນກອງທັບປະຊາຊົນລາວຕາມທີ່ພັກລັດຂັ້ນເທີງ ແລະ ປະຊາຊົນມອບໝາຍໃຫ້ ກຳແໜ້ນສະພາບພະນັກງານ, ສະມາຊິກພັກ ແລະ ນັກຮົບ ຈັດຕັ້ງເຊື່ອມຊືມແນວທາງແຜນນະໂຍບາຍຂອງພັກ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ຕາມລະດັບຄາດໝາຍໃນແຕ່ລະໄລຍະ, ສ້າງຖັນແຖວພະນັກງານ, ສະມາຊິກພັກໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ ແນວຄິດ ແລະ ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ພ້ອມກັນນັ້ນຍັງເຮັດໜ້າທີ່ຈັດຕັ້ງຫັດແອບການທະຫານ, ຝຶກອົບຮົມວິຊາສະເພາະໃຫ້ຕິດພັນກັບການສ້າງກົມກອງຮາກຖານເຂັ້ມແຂງ-ໜວ່ຍພັກຮູ້ນຳພາຮອບດ້ານ, ສ້າງໜວ່ຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

-         ສຶກສາອົບຮົມພະນັກງານ-ນັກຮົບ ເຊີດຊູສະຕິຄວາມເປັນເຈົ້າການໃນທຸກໂຂງເຂດວຽກງານ ເຮັດໃຫ້ພະນັກງານ-ນັກຮົບ ສາມາດເຜີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້.

-         ນໍາພາຄຸ້ມຄອງບົວລະບັດຮັກສາພື້ນຖານວັດຖຸເຕັກນິກໃຫ້ມີຄຸນນະພາບ ນໍາໃຊ້ໄດ້ຍາວນານ ແລະ ຮັບປະກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງໄດ້ໃນທຸກສະພາວະ.

-         ນໍາພາຄົ້ນຄ້ວາ ເຊື່ອມຊືມກໍາແໜ້ນແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມືກັບກອງທັບ ບັນດາປະເທດເພື່ອນບ້ານຍຸດທະສາດ, ປະກອບສວ່ນເຂົ້າໃນການເສີມສ້າງ ມິດ ຕະພາບ ແລະ ການຮ່ວມມືສາກົນຕາມການຊີ້ນຳຂອງຂັ້ນເທີງ.

ກ/ ໜ້າທີ່ດ້ານວິຊາສະເພາະ.

-           ເປັນເສນາທິການໃຫ້ກົມໃຫ່ຍການເມືອງກອງທັບ ກ່ຽວກັບການເຄື່ອນໄຫວວຽກງານຫໍສະໝຸດໃນ

- ກອງທັບ ແລະ ວຽກງານອີງຕາມການມອບໝາຍຂອງກົມໃຫ່ຍການເມືອງກອງທັບ.

  - ປັບປຸງຮີບໂຮມ ເກັບກໍາຮັກສາເອກະສານຕ່າງໆ ທັ້ງພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນເອກະສານກ່ຽວກັບກອງທັບ.

- ຈັດຕັ້ງການຮັບໃຊ້ຮໍ່າຮຽນ, ຄົ້ນຄ້ວາທິດທາງ ແລະ ຂະບວນການອ່ານປື້ມໃນກອງທັບ.

     ແນະນໍາວິຊາສະເພາະ ບໍາລຸງພະນັກງານຫ້ອງສະໝຸດ ໃຫ້ເປັນລະບົບ ແລະມີຄວາມເປັນເອກະພາບທົ່ວກອງທັບ.

-            ມີໜ້າທີ່ຂົນຂວາຍຮີບໂຮມແລກປ່ຽນເຊັ່ນ: ໜັງສື, ເອກະສານ ຈາກຫຼາຍແຫຼ່ງ ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ ເພື່ອໃຫ້ເໝາະກັບທັດຊະນະ ແລະ ເປົ້າໝາຍຮັບໃຊ້ຂອງຫໍສະໝຸດ.

I. ການກຳເນີດເຕີບໃຫ່ຍຂອງຫໍສະໝຸດແຕ່ລະໄລຍະ.

1. ປີ(1987 – 1993).

      ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ່ 2 ທັນວາ 1975 ເປັນຕົ້ນມາພັກເຮົາໄດ້ນຳພາປວງຊົນທັ້ງຊາດ ຫັນຈາກການປະຕິວັດຊາດປະຊາທິປະໄຕ ກ້າວສູ່ການປະຕິວັດສັງຄົມນິຍົມຢ່າງຂາດຕົວ ຄືໃນປະຈຸບັນເຊີ່ງພາຍໃຕ້ການນຳພາທີ່ຖືກຕ້ອງສະຫຼາດສ່ອງໃສຂອງພັກ-ລັດເຮົາ ໄປພ້ອມກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມທົບກັບການປັບປຸງຍົກລະດັບຄວາມຮູ້ຄວາມສາມາດໃຫ້ນາຍ ແລະ ພົນທະຫານກ້າວຂື້ນສູ່ລະດັບສູງເທື່ອລະກ້າວ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງກອງທັບແບບແຜນທັນສະໄໝເທື່ອລະກ້າວ ຄຽງຄູ່ກັບການປະຕິບັດ ການເຄື່ອນໄຫວວັດທະນະທຳແນວຄິດໄປກອ່ນກ້າວໜື່ງ ທີ່ພັກເຮົາໄດ້ກຳນົກໄວ້ ໃນມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ່  III ໃນນັ້ນວຽກງານຫໍສະໝຸດ ແມ່ນພາກສວ່ນໜື່ງທີ່ສຳຄັນ ປະກອບສວ່ນຢ່າງແຂງແຮງ ເຂົ້າໃນພາລະກິດປະຕິວັດ ວັດທະນະທຳ ແນວຄິດ ເພື່ອໂຄສະນາ ແລະ ຜັນຂະຫຍາຍແນວທາງຍຸດທະສາດຂອງພັກລັດເຮົາ ໂຄສະນາດ້ານລັດທິມາກ-ເລນິນ ສີລະປະວັນນະຄະດີອັນຈົບງາມຂອງຊາດ ແລະ ສາກົນ ໂຄສະນາດ້ານເຕັກນິກ ວິທະຍາສາດອື່ນໆ. ສູ່ຊັ້ນຄົນຢ່າງກ້ວາງຂວາງ ໂດຍສະເພາະກຳລັງປະກອບອາວຸດ.

     ຫໍສະໝຸດແມ່ນພາຫະນະຮັນແຫຼມຄົມໜື່ງຂອງພັກ ເພື່ອດໍາເນີນວຽກງານພັກ - ວຽກງານການເມືອງໃນກອງທັບ ເຊີ່ງປະກອບມີປື້ມ ແລະ ເອກະສານດ້ານທິດສະດີມາກ-ເລນີນ ແນວຄິດທາງການເມືອງ ການທະຫານຂອງພັກ-ລັດ ດັ່ງທີ່ເລນິນໄດ້ນິຍາມວ່າ “  ຫໍສະໝຸດແມ່ນສາງຄັງຄວາມຮູ້ ”

      ການເຄື່ອນໄຫວໄລຍະນີ້ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະເປັນໄລຍະເລີ່ມຕົ້ນ, ທຸກສີ່ງທຸກຢ່າງກໍ່ແມ່ນອາໃສແຕ່ນຳຫ້ອງການອື່ນ ດ້ານງົບປະມານກະບໍ່ທັນມີ ເຮັດໃຫ້ການເຄື່ອນໄຫວບໍ່ທັນໄປຕາມພາລະບົດບາດດີປານໃດ. ສະນັ້ນຈື່ງໄດ້ລົງຖອດຖອນບົດຮຽນ ການກໍ່ສ້າງຫໍສະໝຸດນຳບັນດາໂຮງຮຽນ ແລະ ຫໍສະໝຸດສະຖາບັນແຫ່ງຕ່າງໆ ຂອງສູນກາງ ແລະ ຫໍສະໝຸດແຫ່ງຊາດ ພ້ອມທັງຂໍເອກະສານຫຼັກມູນນຳເຂົາເຈົ້າໄດ້ສວ່ນໜື່ງ.

  ໃນປີ 1987 ດ້ານຈໍານວນພົນທັ້ງໝົດມີ 8 ສະຫາຍ. ຮອດປີ 1993 ຈຳນວນພົນເພີ່ມຂື້ນເປັນຈຳນວນ 17 ສະຫາຍ, ມີກາປະທັບຊື່ວ່າ “ ກະຊວງປ້ອງກັນປະເທດ-ກົມໃຫ່ຍການເມືອງກອງທັບ ຫໍສະໝຸດກອງທັບ ”

- ມີ 3 ຂະແໜງການຂື້ນກັບຄື:

-    ຂະແໜງເຕັກນິກ.

-    ຂະແໜງຫ້ອງອ່ານ.

-    ຂະແໜງຂົນຂວາຍຈັດຊື້.