ລະບຽບວິໄນ 8 ຂໍ້ຂອງກອງທັບປະຊາຊົນລາວ

1. ປະຕິບັດຄຳສັ່ງຂອງຂັ້ນສູງຢ່າງເດັດຂາດໃນຍາມທຳມະດາກໍຄືຍາມສູ້ຮົບ.

2. ບໍ່ເອົາຂອງສ່ວນລວມມາເປັນຂອງສ່ວນຕົວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂັ້ນເທິງຢ່າງເປັນທາງການ, ຕ້ອງປົກປັກຮັກສາອາວຸດ

   ແລະ ເຄື່ອງໃຊ້ບໍ່ໃຫ້ເປ່ເພເສຍຫາຍ.

3. ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ອະນາໄມດີ, ບໍ່ເຮັດເປິເປື້ອນໃສ່ນຳ້ສ້າງ, ຫ້ວຍນ້ຳ ແລະ ບ່ອນຊຸມນຸມຊົນຕ່າງໆ

   ເວລາປະຈຳຢູ່ຫລືຍ້າຍຫນີ ຕ້ອງປັດກວາດມ້ຽນມັດໃຫ້ສະອາດຮຽບຮ້ອຍ.

4. ຄວນປະພຶດຕົວໃຫ້ຖືກຕ້ອງ, ເວົ້າຈາອ່ອນຫວານຕໍ່ທຸກຄົນ, ນັບຖືຜູ້ເຖົ້າ, ຮັກແພງເດັກນ້ອຍ, ຄ່ຽມຄົມຕໍ່ຜູ້ຍິງ.

5. ຕັ້ງແຕ່ໄຫມຫຍິບ ຫລືເຂັມດວງຂື້ນໄປບໍ່ໃຫ້ເອົາຂອງປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ, ຊື້ຂາຍຕ້ອງທ່ຽງທຳ, ຢືມຕ້ອງສົ່ງ, 

ເປ່ເພເສຍຫາຍຕ້ອງໃຊ້ແທນ.

6. ຕ້ອງໂຄສະນາອົບຮົມປະຊາຊົນ, ສາມັກຄີຊ່ວຍເຫລືອປະຊາຊົນ ໃນທຸກວຽກງານ.

7. ຕ້ອງນັບຖືຮີດຄອງປະເພນີຂອງປະຊາຊົນ, ເຄົາລົບຄວາມເຊື່ອຖືຂອງປະຊາຊົນ, ປົກປັກຮັກສາວັດວາອາຮາມກໍຄືວັດຖຸບູຮານ      

ທີ່ເປັນປະຫວັດສາດ, ບໍ່ໄດ້ມ້າງເພຫລືເຮັດເປິເປື້ອນ ໃສ່ສະຖານທີ່ສາທາລະນະສ່ວນລວມ.

8. ຕ້ອງຮັກສາຄວາມລັບຂອງກອງທັບ ແລະ ຂອງລັດຢ່າງເດັດຂາດ.

ລະບຽບວິໄນ 12 ຂໍ້ຕໍ່ປະຊາຊົນ

4 ເຄົາລົບ

1. ເຄົາລົບປະຊາຊົນບັນດາເຜົ່າ ຄືພໍ່ແມ່ອ້າຍນ້ອງໃນຄອບຄົວຂອງຕົນ.

2. ເຄົາລົບຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ.

3. ເຄົາລົບສິດສະເຫມີພາບໃນການເຊື່ອຖື ຫລື ບໍ່ເຊື່ອຖືສາສະຫນາ ຂອງປະຊາຊົນບັນດາເຜົ່າ.

4. ເຄົາລົບ ແລະ ໃຫ້ການຊ່ວຍເຫລືອຢ່າງສຸດຂີດແກ່ອົງານປົກຄອງ, ແນວໂຮມທ້ອງຖິ່ນ.

4 ບໍ່

1. ບໍ່ຂ້າຕີ, ບໍ່ຂົ່ມຂູ່, ບໍ່ຮ້າຍດ່າປະຊາຊົນ.

2. ບໍ່ເອົາຂອງປະຊາຊົນແບບຜິດກົດຫມາຍ, ບໍ່ເຮັດຫຍຸ້ງຍາກແກ່ປະຊາ ຊົນ ແລະ ອົງການປົກຄອງທ້ອງຖິ່ນ.

3. ບໍ່ມ້າງເພວັດວາອາຮາມ ຫລື ສະຖານທີ່ທາງສາສະຫນາອື່ນໆ ແລະ ສາທາລະນະສະຖານ.

4. ບໍ່ຫລີ້ນແສ້ພານສາວ, ບໍ່ລົບກວນແມ່ນຍິງໂດຍບໍ່ຖືກຕ້ອງຕາມລະ ບຽບວິໄນຂອງກອງທັບ, ກົດຫມາຍຂອງລັດ ແລະ ຮີດຄອງປະເພ

   ນີຂອງ ບ້ານເມືອງ.

4 ຊ່ວຍ

1. ຊ່ວຍປະຊາຊົນທຳມາຫາກິນ ແລະ ນຳໃຊ້ເຕັກນິກວິທະຍາສາດ ວິ ທະຍາການໃຫມ່ ເຂົ້າໃນການຜະລິດ ແລະ ກໍ່ສ້າງຊົນນະບົດໃຫມ່.

2. ຊ່ວຍປະຊາຊົນໃນການສຶກສາຮຳ່ຮຽນວັດທະນະທຳ, ການເມືອງ ແລະ ວິຊາສະເພາະຕ່າງທີ່ຈຳເປັນເຂົ້າໃນຊີ ວິດປະຈຳວັນ.

3. ຊ່ວຍປະຊາຊົນໃນການປິ່ນປົວພະຍາດ, ຮັກສາອະນາໄມ 3 ສະອາດຢູ່ສະຖານທີ່ສາທາລະນະ ແລະ ບ້ານ ຊ່ອງຂອງຕົນ.

4. ຊ່ວຍປະຊາຊົນຕີສັດຕູປົກປັກຮັກສາບ້ານຊ່ອງ, ຮັກສາລະບຽບວິໄນ ດີ, ປະຕິບັດຕາມຄຳຂວັນທີ່ວ່າ: “ເວລາ ຢູ່ໃຫ້ປະຊາຊົນຍ້ອງວ່າດີ,

   ຍາມຫນີໃຫ້ປະຊາຊົນຈົ່ມຫາ, ເວລາບໍ່ມາໃຫ້ປະຊາຊົນຈົ່ມຄິດຮອດ.