ຫໍສະໝຸດກອງທັບ ລົງຢ້ຽມຢາມຄອບຄົວພະນັກງານບໍານານທີ່ບໍ່ສະບາຍ.
ຫໍສະໝຸດກອງທັບ ລົງຢ້ຽມຢາມຄອບຄົວພະນັກງານບໍານານທີ່ບໍ່ສະບາຍ.
ເພື່ອເປັນການປະຕິບັດວຽກງານນະໂຍບາຍໃຫ້ສອດຄ່ອງ ໃນເວລາ 10:00 ຂອງຕອນເຊົ້າວັນທີ 21 ສິງຫາ 2025. ຄະນະຫໍສະໝຸດກອງທັບ ນໍາໂດຍ ສະຫາຍ ພັທ ຄູນທອງ ທໍາມະວົງ ຮັກສາການອໍານວຍການຫໍສະໝຸດກອງທັບ. ພ້ອມດ້ວຍພະນັກງານຈໍາຈວນໜຶ່ງ ໄດ້ນໍາເອົາກະຕ່າຂອງຂັວນ ແລະ ຄໍາອວຍພອນມາຢ້ຽມຢາມຄອບຄົວ ພັທ ນ. ເພັດດາວອນ ຈັນທະມາດ ພະນັກງານບໍານານຫໍສະໝຸດກອງທັບ. ທີ່ບ້ານສາຍນໍ້າເງິນ ເມືອງໄຊທານີ ແຂວງ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບດ້ວຍຄວາມອົບອຸ່ນຈາກເຈົ້າພາບ ທັງສອງໄດ້ໂອ້ລົມກັນດ້ວຍຄວາມຮັກແພງສະໜິດສະໜົມເຖິງຈະບໍານານແລ້ວພະນັກງານຜູ້ປະຈໍາການກໍ່ຍັງມີຄວາມຫ່ວງໄຍຄິດຮອດຄິດເຖິງເບິ່ງແຍງຊ່ວຍເຫຼື່ອເປັນກໍາລັງໃຈໃຫ້ແກ່ກັນ.
ຕາງໜ້າຄອບຄົວໄດ້ກ່າວສະແດງຄວາມຂອບໃຈນໍາການຈັດຕັ້ງທີ່ມີຄວາມຫ່ວງໄຍ ບໍ່ປະບໍ່ຖິ້ມກັນ.
ການຢ້ຽມຢາມພະນັກງານບໍານານໄດ້ສໍາເລັດລົງໃນເວລາ 11.30 ຂອງວັນດຽວກັນ ດ້ວຍບັນຍາກາດທີ່ດີແຫ່ງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນສະໜິດແໜ້ນ.