ປະກາດລຸລ່ວງນາຍທະຫານຂັ້ນສູງ ພັກການເພື່ອກຽມຮັບບຳນານ
ປະກາດລຸລ່ວງນາຍທະຫານຂັ້ນສູງ ພັກການເພື່ອກຽມຮັບບຳນານ
ວັນທີ 9 ພືດສະພາ 2024 ກົມໃຫຍ່ການເມືອງກອງທັບປະກາດລຸລ່ວງນາຍທະຫານຂັ້ນສູງ ພັກການເພື່ອກຽມຮັບບຳນານ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານນາຍທະຫານຂັ້ນສູງທີ່ກຽມຮັບບຳນານເຂົ້າຮ່ວມ.
ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການອະນຸມັດໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ ພັກການເພື່ອກຽມຮັບບຳນານ ກະຊວງປ້ອງກັນປະເທດໄດ້ຕົກລົງອານຸມັດໃຫ້ນາຍທະຫານຂັ້ນສູງ ພັກການເພື່ອກຽມຮັບບຳນານຈຳນວນ 8 ສະຫາຍຄື: ສະຫາຍ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າກອງບັນນາທິການໜັງສືພິມກອງທັບ, ພັນເອກ ຈະເລີນສຸກ ວັງເວີນໂຂງ ຫົວໜ້າການທະຫານ ກອງໂທລະພາບກອງທັບ, ພັນເອກ ກິແກ້ວ ພົມມະສິງ ຮອງຫົວໜ້າກົມປະກັນສັງຄົມກອງທັບ, ພັນເອກ ສາຍສະໝອນ ກິລືໄຊ ຮອງປະທານສານທະຫານຂັ້ນສູງ, ພັນເອກ ສັນຕິສຸກ ກາງພູວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ພັນເອກ ຄຳພາ ດວງພະຈັນ ຫົວໜ້າການທະຫານ ກອງສິລະປະກອນກອງທັບ, ພັນເອກ ວອນເພັດ ລໍເພຍແກ້ວ ຫົວໜ້າການເມືອງ ກອງວິທະຍຸກະຈາຍສຽງກອງທັບ ແລະ ສະຫາຍ ພັນເອກ ຄຳສີ ລີຟຸ່ງ ອຳນວຍການຫໍພິພິທະພັນປະຫວັດສາດກອງທັບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ມີຄໍາເຫັນໂອ້ລົມຕໍ່ນາຍທະຫານທີ່ພັກການຮັບເບ້ຍບຳນານ, ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຕ່ລະສະຫາຍໄດ້ສຸມທຸກສະຕິປັນຍາເຫື່ອແຮງ ໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງແມ່ນການປະຕິບັດນະໂຍບາຍຂອງພັກ-ລັດ ກໍ່ຄືກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ ເມື່ອຮອດອາຍຸກະສຽນ, ເຮັດສໍາເລັດໜ້າທີ່, ທີ່ພັກ-ລັດ ກໍ່ຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຕ້ອງມີການປະຕິບັດນະໂຍບາຍໃຫ້ຖືກຕ້ອງຕາມແນວທາງຂອງພັກ, ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງທີ່ໄດ້ຮັບນະໂຍບາຍກຽມພັກບໍານານ ຈົ່ງພ້ອມກັນສືບຕໍ່ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບຮຸ່ນສືບທອດ ແລະ ເປັນເຈົ້າການສຶກສາອົບຮົມລູກຫຼານປະຕິບັດລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລຢ່າງບໍ່ຢຸດຢັ້ງ.