ປະກາດການແຕ່ງຕັ້ງຮອງຫົວໜ້າການທະຫານ ກອງພັນ 160
ປະກາດການແຕ່ງຕັ້ງຮອງຫົວໜ້າການທະຫານ ກອງພັນ 160
ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າການທະຫານ ກອງພັນ 160 ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນ 160, ຫໍສະໝຸດກອງທັບ, ແຂກຖືກເຊີນ ແລະ ພະນັກງານສະມາຊິກພັກ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ, ຫ້ອງການເມືອງ, ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຄຳສັ່ງຍົກຍ້າຍຮອງຫົວໜ້າການທະຫານ ກອງພັນ 160 (ຜູ້ເກົ່າ) ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າການທະຫານ ກອງພັນ 160 (ຜູ້ໃໝ່). ໃນນີ້, ກົມໃຫຍ່ການເມືອງກອງທັບ ຕົກລົງ ຍົກຍ້າຍ ສະຫາຍ ພັນຕີ ແອຄໍາ ມະນີວົງ ຮອງຫົວໜ້າການທະຫານ ກອງພັນ 160 ໄປໃຫ້ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ສ່ວນໜ້າທີ່ວຽກງານລະອຽດໃຫ້ທາງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປັນຜູ້ມອບໝາຍ ແລະ ແຕ່ງຕັ້ງ ສະຫາຍ ພັນຕີ ສຸກສະໄໝ ນໍລະວົງ ຫົວໜ້າຂະແໜງຂົນຂວາຍຈັດຫາສິ່ງພິມຫໍສະໜຸດກອງທັບ ເປັນຮອງຫົວໜ້າການທະຫານ ກອງພັນ 160. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສໍາຄັນ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບໃຫ້ຮັບຮູ້ວ່າ: ການປັບປຸງການຈັດຕັ້ງຄັ້ງນີ້ ເປັນການປະຕິບັດຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກ ການຈັດຕັ້ງນໍາພາ-ບັນຊາໃນກຳ ລັງປະກອບອາວຸດໂດຍສະເພາະ ຢູ່ກອງພັນ 160 ໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງໃນສະເພາະໜ້າ ແລະ ຍາວນານ, ພ້ອມທັງເນັ້ນໃຫ້ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບຕໍ່ການປັບປຸງການຈັດຕັ້ງໃນຄັ້ງນີ້, ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນເຈົ້າການປະດິດສ້າງໃນໜ້າທີ່ວຽກງານຕົວຈິງ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ໜ້າທີ່ການ ເມືອງຂອງກົມກອງໃນແຕ່ລະໄລຍະເພື່ອນໍາພາຈັດຕັ້ງປະຕິບັດຕົວຈິງ, ເອົາໃຈໃສ່ປັບປຸງແບບ ແຜນ ວິທີເຮັດວຽກບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເປັນໝູ່ຄະນະ, ແບ່ງປັນໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງດ້ວຍຫມາກຜົນສູງ.