ປະກາດການເລື່ອນຊັ້ນໃຫ້ນາຍທະຫານການນຳຂັ້ນສູງ
ປະກາດການເລື່ອນຊັ້ນໃຫ້ນາຍທະຫານການນຳຂັ້ນສູງ
ວັນທີ 8 ກໍລະກົດ 2024 ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ, ໂດຍການເປັນປະທານຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ. ມີສະຫາຍ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ. ມີຜູ້ຕາງໜ້າ 4 ກົມໃຫຍ່ ຫ້ອງວ່າການ, ພ້ອມດ້ວຍນາຍທະຫານການນໍາຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ສະຫາຍ ດອນ ໄພວົງ ໄດ້ຜ່ານລັດຖະດຳລັດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 67 ຂໍ້ 6. ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018. ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 18 ມິຖຸນາ 2024. ປະທານປະເທດ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ຕົກລົງເລື່ອນຊັ້ນສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຂຶ້ນຊັ້ນພົນຕີ ແລະ ຕົກລົງເລື່ອນຊັ້ນສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວຫນ້າກົມໃຫຍ່ເສນາທິການກອງທັບຂຶ້ນຊັ້ນພົນຕີຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມ ແລະ ໃຫ້ທິດທາງຊີ້ນໍາຫຼາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກ ດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີ່ເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.