ຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ
ຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ ໃຫ້ພະນັກງານ-ນັກຮົບ ຢູ່ບັນດາກອງສື່ມວນຊົນກອງທັບ
ໂດຍປະຕິບັດຕາມ ພາລະບົດບາດ, ສິດ-ໜ້າທີ່ ເເລະ ການເຄື່ອນໄຫວວຽກງານ ຂອງ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃນການຈັດຕັ້ງອົບຮົມການເມືອງ ປະຈໍາ ປີ 2025 ແລະ ການເກັບກໍາ-ທາບທາມສະພາບການຈັດຕັ້ງປະຕິບັດ ວຽກງານການເມືອງ - ແນວຄິດ ວຽກງານໂຄສະນາ-ຂະບວນການ ແລະ ສື່ມວນຊົນຢູ່ບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ, ທັງນີ້ແນ່ໃສ່ຮັບປະກັນໃຫ້ແກ່ວຽກງານໂຄສະນາເຜີຍແຜ່ມູນເຊື້ອຂອງກອງທັບ, ຜົນງານການເຄື່ອນໄຫວຂອງກົມກອງ ຜ່ານສື່ມວນຊົນ ໃຫ້ສັງຄົມໄດ້ຮັບຮູ້ກວ້າງຂວາງ, ທົ່ວເຖິງ, ຖືກທິດ ມີເນື້ອໃນເລິກເຊິ່ງ ແລະ ມີປະສິດທິພາບສູງ.
ສະຫາຍ ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ໄດ້ໃຫ້ຮູ້ວ່າ: ຊຸດອົບຮົມທິດສະດີການເມືອງ ໄລຍະສັ້ນ ໃຫ້ພະນັກງານ-ນັກຮົບ ຢູ່ ບັນດາກອງສື່ມວນຊົນກອງທັບ ປະຈໍາປີ 2025 ຄັ້ງນີ້, ເປັນຄັ້ງທຳອິດ ເພື່ອຍົກສູງຄວາມຮັບຮູ້ ດ້ານທິດສະດີການເມືອງ, ຫຼັກການ, ແບບແຜນວິທີເຮັດວຽກ ໃຫ້ ພະນັກງານ-ນັກຮົບ, ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ ໃຫ້ມີປະສິດທິພາບສູງຂຶ້ນ, ສືບຕໍ່ນໍາເອົາບັນດາແນວທາງແຜນນະໂຍບາຍຂອງພັກ-ລັດ, ສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ຢູ່ ບັນດາກອງສື່ມວນຊົນໃນກອງທັບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີ ຕໍ່ອຸດົມການຂອງພັກ, ຕໍ່ການປະຕິວັດ ແລະ ປະເທດຊາດ, ຄາດໜາຍ ພາຍຫຼັງໄດ້ຮຽນຮູ້ ທາງດ້ານທິດສະດີ, ຫຼັກການແລ້ວ ນໍາໄປຈັດຕັ້ງປະຕິບັດ ເຂົ້າສູ່ຊີວິດຕົວຈິງຂອງກົມກອງ ຢ່າງຖືກຕ້ອງ ກຳໃຫ້ໄດ້ ແນວທາງຂອງພັກ, ລະບົບການຊີ້ນໍາ-ບັນຊາ ໃນກອງທັບ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ຖືເອົາໂອກາດນີ້ເປັນການກະຕຸກຊຸກຍູ້ຂະບວນການດ້ານຕ່າງໆ ປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ ເວົ້າລວມ, ເວົ້າສະເພາະໃນການກະກຽມກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວກອງທັບ, 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດ ທ່ານປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ, ຊຸດອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົບເຂົ້າຮ່ວມທັງໝົດ 70 ສະຫາຍ, ຍິງ 32 ສະຫາຍ, ຈັດຕັ້ງເປັນ 2 ຊຸດ, ເຊິ່ງມາຈາກ 8 ກອງສື່ມວນຊົນກອງທັບ ຄື: ກອງໜັງສືພິມກອງທັບ, ກອງວິທະຍຸກະຈາຍສຽງກອງທັບ, ກອງໂທລະພາບກອງທັບ, ກອງວາລະສານປ້ອງກັນຊາດ, ກອງສິລະປະກອນກອງທັບ, ກອງຫໍພິພິທະພັນປະຫວັດສາດກອງທັບ, ກອງຫໍສະໝຸດກອງທັບ ແລະ ກອງໂຮງພິມກອງທັບ ສຳລັບເນື້ອໃນເຝິກອົບຮົມມີ 3 ບົດ, ໃຊ້ເວລາຂຶ້ນຫ້ອງຕົວຈິງ 42 ຊົ່ວໂມງ, ການສົນທະນາ ແລະ ຂຽນບົດເກັບກ່ຽວຕົວຈິງ 42 ຊົ່ວໂມງ, ລວມທັງໝົດ ມີ 84 ຊົ່ວໂມງ, ກຳນົດເວລາ 14 ວັນ ( ເລິ່ມແຕ່ວັນທີ 12-27 ພຶດສະພາ 2025) ຈິ່ງຈະສຳເລັດ.
ສະຫາຍ ພັນເອກ ເເກ້ວສຸວັນ ຜາງພິລາວົງ ໄດ້ໃຫ້ຮູ້ອີກວ່າ: ພາຍຫຼັງທີ່ສຳເລັດການເຝິກອົບຮົມ ໃນຊຸດນີ້ ເເລ້ວ, ແຜນການໃນຕໍ່ໜ້າ ຈະສືບຕໍ່ຊີ້ນໍາ ແລະ ເປີດຊຸດເຝິກອົບຮົມ ເພື່ອຍົກລະດັບທິດສະດີການເມືອງ, ຫຼັກການ-ແບບແຜນວິທີເຮັດວຽກ ໃຫ້ພະນັກງານນັກຮົບທີ່ເຮັດວຽກງານສື່ມວນຊົນ ແລະ ນັກຂ່າວໃໝ່ ຢູ່ບັນດາກອງສື່ມວນຊົນກອງທັບ, ຕະຫຼອດຮອດບັນດາກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ມີປະສິດທິພາບສູງຂຶ້ນອີກບາດກ້າວໜຶ່ງ ໃຫ້ສົມວ່າ ເປັນກະບອກສຽງອັນແຫຼມຄົມ ຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະກໍແມ່ນຂອງກະຊວງປ້ອງກັນປະເທດ.