ກອງປະຊຸມລາຍງານຄວາມຄືບໜ້າການກະກຽມຄວາມພ້ອມໃຫ້ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21
ກອງປະຊຸມລາຍງານຄວາມຄືບໜ້າການກະກຽມຄວາມພ້ອມໃຫ້ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21
ວັນທີ 15 ສິງຫາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມໃຫ້ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 21, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຄະນະກຳມະການ, ອະນຸກຳມະການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ຂອງສປປ ລາວ, ຫົວໜ້າກອງເລຂາອາຊຽນຂອງກະຊວງປ້ອງກັນປະເທດ ຂຶ້ນລາຍງານ ການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມດັ່ງກ່າວ ເພື່ອລາຍງານການກະກຽມຄວາມພ້ອມທຸກດ້ານໃຫ້ແກ່ການຈັດກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 21 ທີ່ນະຄອນຫຼວງວຽງຈັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ກັນຍາ 2024 ແລະ ກອງປະຊຸມປິ່ນອ້ອມອື່ນໆ ເພື່ອໃຫ້ກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ແລະ ບັນດາອານຸກຳມະການໄດ້ລາຍງານການກະກຽມຄວາມພ້ອມ ຂອງຕົນ ໃຫ້ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອມີທິດຊີ້ນໍາໃນການກະກຽມ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຈາກນັ້ນ, ໃນກອງປະຊຸມບັນດາຄະນະອະນຸກໍາມະການ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນໃສ່ບົດລາຍງານກະກຽມຄວາມພ້ອມ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ (ACDMF) ຄັ້ງທີ 21 ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄໍາຄິດຕໍ່ກອງປະຊຸມ ພ້ອມທັງ, ເນັ້ນໜັ້ກໃຫ້ບັນດາຄະນະກຳມະການ ແລະ ອະນຸກຳມະການ ໃຫ້ສືບຕໍ່ປະຕິບັນດາໜ້າວຽກທີ່ຍັງບໍ່ທັນສຳເລັດສົມບູນ ແລະ ຈັດຕັ້ງປະຕິບັດ ຕາມແຜນການທີ່ໄດ້ກຳນົດໄວ້ ໂດຍສະເພາະ ດ້ານເນື້ອໃນ,ຮ່າງຖະແຫຼງການຮ່ວມ, ແຜນການສອງປີ, ບາດກ້າວດຳເນີນກອງປະຊຸມ ແລະ ອື່ນໆ..., ພ້ອມກັນເປັນເຈົ້າການ ໃນການຄົ້ນຄວ້າກະກຽມດ້ານພາຫະນະຮັບໃຊ້ກອງປະຊຸມ ແລະ ຮັບປະກັນດ້ານຄວາມປອດໄພໃຫ້ໄດ້100%.