ນັບແຕ່ປີ 1976, ພາຍໃຕ້ການປ່ຽນແປງໃໝ່ (ຈິນຕະນາການໃໝ່) ທີ່ເປີດກວ້າງສູ່ເສດຖະກິດຕະຫຼາດຫຼາຍຂຶ້ນ,ພ້ອມກັບກະແສໂລກາພິວັດໃນຊຸມປີ 1990 ເປັນຕົ້ນມາ, ສົ່ງຜົນຮອບດ້ານຕໍ່ກັບການພັດທະນາຊຸມຊົນ-ຊົນນະບົດພາຍໃນ ສປປ ລາວ. ໂດຍສະເພາະການກໍານົດນະໂຍບາຍການພັດທະນາ ເພື່ອລຶບລ້າງຄວາມທຸກຍາກ, ເຊິ່ງເປັນເປົ້າໝາຍບຸລິມະສິດຂອງການພັດທະນາ ທີ່ລະບຸໄວ້ຢ່າງຊັດເຈນໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍອີງຕາມການຂ້າມຜ່ານຈາກເປົ້າໝາຍມິລິນຽມ (Millennium goals) ສູ່ເປົ້າຫມາຍສະຫະສະວັດເພື່ອການພັດທະນາ (SDGs) ທີ່ໃຫ້ຄວາມສຳຄັນກັບ ຄວາມຍືນຍົງຂອງການພັດທະນາເປັນສຳຄັນ. ເພື່ອເຮັດໃຫ້ການພັດທະນາໃນ ສປປ ລາວ ດຳເນີນໄປໄດ້ຕາມເປົ້າໝາຍ, ການຊ່ວຍເຫຼືອຈາກຕ່າງປະເທດ ໃນຮູບແບບຕ່າງໆໄດ້ມີບົດບາດສູງຂຶ້ນ. ໃນທາງການເມືອງ ສປປ ລາວມີສາຍພົວພັນພິເສດກັບປະເທດຫວຽດນາມ, ໃນທາງເສດຖະກິດ-ສັງຄົມ ເຫັນວ່າໄດ້ຮັບອິດທິພົນຈາກປະເທດໄທ, ນອກຈາກນີ້, ການເຂົ້າມາຂອງອິດທິພົນຈີນກໍມີທ່າອ່ຽງສູງຂຶ້ນອີກດ້ວຍ. ພ້ອມດຽວກັນນັ້ນ, ບັນດາອົງການສາກົນ, ບັນດາປະເທດໃນເຂດຕາເວັນຕົກ ທີ່ເປັນຄູ່ຮ່ວມພັດທະນາຂອງລັດຖະບານລາວ ແມ່ນໄດ້ໃຫ້ການຊ່ວຍເຫຼືອໃນຂົງເຂດທີ່ກ່ຽວຂ້ອງກັບການພັດທະນາເປັນຫຼັກ, ເຊິ່ງລັດຖະບານລາວ ກໍໄດ້ເຫັນເຖິງຄວາມສໍາຄັນໃນປະເດັນດັ່ງກ່າວເຊັ່ນກັນ. ສະນັ້ນ, ຈຶ່ງເຫັນວ່າ ຈາກການເຂົ້າມາຂອງບັນດາຜູ້ໃຫ້ທຶນ ຫຼື ເປັນຄູ່ຮ່ວມພັດທະນາຂອງພາກລັດ ແມ່ນມີບົດບາດສໍາຄັນ ໂດຍສະເພາະການພັດທະນາ ໃນເຂດຊຸມຊົນ-ຊົນນະບົດຂອງ ສປປ ລາວ.
ການຊ່ວຍເຫລືອຈາກຕ່າງປະເທດ ໃນຂົງເຂດການພັດທະນາຊຸມຊົນ-ຊົນນະບົດ ທີ່ມາໃນຫຼາກຫຼາຍຮູບບແບບ ຈະສາມາດກະຕຸ້ນໃຫ້ເກີດການມີສ່ວນຮ່ວມ ແລະ ສົ່ງເສີມຄວາມເປັນເຈົ້າການຂອງຊາວບ້ານ ຕາມແນວທາງການພັດທະນາແບບຊຸມຊົນເປັນເຈົ້າໄດ້ໃນຮູບແບບໃດ ແມ່ນຕ້ອງພິຈາລະນາເປັນລາຍກໍລະນີ.
ດັ່ງນັ້ນ, ການພິຈາລະນາຄວາມຍືນຍົງຂອງການພັດທະນາ ໂດຍໃຊ້ມຸມມອງ “ການພັດທະນາພາຍໃນ” ຈຶ່ງມີຄວາມສຳຄັນ. ອີງຕາມທິດສະດີ “ການພັດທະນາພາຍໃນ”ຂອງ Tsurumi Kazuko, ທີ່ຖືສິ່ງແວດລ້ອມ, ທຳມະຊາດເປັນທ່າແຮງຂອງຊຸມຊົນ ໂດຍທິດສະດີນີ້ມີພື້ນຖານມາຈາກແນວຄິດທີ່ວ່າ ຄວາມຍືນຍົງຂອງຊຸມຊົນ ເກີດຂຶ້ນໄດ້ຈາກມືຂອງຄົນໃນພື່ນທີ່ເອງ ໃນການເບິ່ງແຍງຮັກສາຊັບພະຍາກອນທີ່ມີໃນຊຸມຊົນຂອງຕົນ, ໂດຍບໍ່ມຸ່ງເນັ້ນນໍາໃຊ້ທ່າແຮງທີ່ມີເພື່ອສ້າງເສດຖະກິດເປັນຫຼັກ (Mainstream development). ມີການສຶກສາຄົ້ນຄວ້າກ່ຽວກັບການພັດທະນາຊຸມຊົນ ໃນປະເທດກຳລັງພັດທະນາ ຈໍານວນຫຼາຍ ທີ່ນໍາໃຊ້ວິທີຄິດດັ່ງກ່າວ. ໃນປະເທດລາວ ແມ່ນກຳລັງເລີ່ມມີການຄົ້ນຄວ້າໂດຍນໍາໃຊ້ມຸມມອງນີ້, ເຊິ່ງຜູ້ປະສານງານໂຄງການ ຝ່າຍຍີ່ປຸ່ນ ໄດ້ສະເໜີວ່າ ໃນສະຖານະການປັດຈຸບັນ ທີ່ໂລກາພິວັດມີອິດທິພົນຮອບດ້ານໃນ ສປປ ລາວ ການພັດທະນາເພື່ອຄວາມຍືນຍົງແມ່ນຈໍາເປັນຕ້ອງມີການຊ່ວຍເຫຼືອແບບ Side-support ຈາກຕ່າງປະເທດ (foreign actor) ແລະ ພາກລັດໃນເບື້ອງຕົ້ນ ຈຶ່ງຈະເຮັດໃຫ້ຊຸມຊົນມີຄວາມເຂັ້ມແຂງຂຶ້ນໄດ້ (Phonemany and Suzuki: 2019).
ສະນັ້ນ, ໂຄງການວິໄຈຮ່ວມມື-ແລກປ່ຽນລະຫວ່າງ 3 ປະເທດ, ຈຶ່ງຕ້ອງການຄົ້ນຄວ້າວ່າ ການຮັບການຊ່ວຍເຫຼືອຈາກຕ່າງປະເທດ ທີ່ເຂົ້າມາມີບົດບາດສູງໃນຊຸມຊົນ-ຊົນນະບົດ ແມ່ນຈະຕ້ອງນໍາໃຊ້ທຶນທາງສັງຄົມດັ່ງກ່າວໃຫ້ເກີດປະໂຫຍດສູງສຸດໄດ້ໃນແນວທາງໃດ ຈຶ່ງຈະສາມາດສ້າງຄວາມຍືນຍົງ, ເຂັ້ມແຂງໃນຊຸມຊົນ-ຊົນນະບົດໄດ້, ເຊິ່ງແນວທາງດັ່ງກ່າວຕ້ອງສອດຄ່ອງກັບບໍລິບົດທາງສັງຄົມຂອງ ສປປ ລາວ. ການພິຈາລະນາແນວໂນ້ມ ແລະ ແນວທາງຂອງການພັດທະນາຊຸມຊົນ-ຊົນນະບົດໃນຄັ້ງນີ້ ແມ່ນຈະນໍາໃຊ້ມຸມມອງ “ການພັດທະນາພາຍໃນ”, “ການພັດທະນາແບບຊຸມຊົນເປັນເຈົ້າ”, “Bottom-up” ເພື່ອວິເຄາະຂໍ້ມູນ.
ໂຄງການວິໄຈຄັ້ງນີ້ ເບິ່ງເຫັນວ່າ ການພັດທະນາຊຸມຊົນ-ຊົນນະບົດໃນລາວ ແມ່ນຕ້ອງໄດ້ເນັ້ນໜັກການໃຊ້ 3 ສາຂາຄື (1) ການສ້າງທຶນທາງສັງຄົມເພື່ອການພັດທະນາ, (2) ດ້ານສາທາລະນະສຸກ, (3) ດ້ານກະສິກຳ; ທັງຫມົດແມ່ນອົງປະກອບສຳຄັນ ໃນການພັດທະນາຊຸມຊົນ-ຊົນນະບົດໃນ ສປປ ລາວ ເພື່ອໃຫ້ເພື່ອໃຫ້ເກີດການເພິ່ງພາຕົນເອງໄດ້, ຄຽງຄູ່ກັບການຮັບເອົາການຊ່ວຍເຫຼືອຈາກຕ່າງປະເທດ ຕາມກະແສໂລກາພິວັດ.
ໂຄງການວິໄຈຂອງພວກເຮົາ ແມ່ນມະຫາວິທະຍາໄລຣິວກິວຈະຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລວິທະຍາສາດສຸຂະພາບ. ການຮ່ວມມືກັບມະຫາວິທະຍາໄລທັງ 2 ແຫ່ງໃນ ສປປ ລາວ ແມ່ນມີເປົ້າໝາຍເພື່ອສ້າງນັກວິຊາການຮຸ່ນໃໝ່ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃນປະເທດ.
ນອກຈາກນີ້, ໂຄງການຍັງຮ່ວມມືກັບມະຫາວິທະຍາໄລໃນປະເທດໄທອີກ 2 ແຫ່ງ ເຊິ່ງມີທີ່ຕັ້ງຢູ່ໃກ້ກັບປະເທດລາວຄື (1) ມະຫາວິທະຍາໄລຂອນແກ່ນ, (2) ມະຫາວິທະຍາໄລຣາດຊະພັດອຸດອນ, ເນື່ອງຈາກການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະການສ້າງນັກວິຊາການຮຸ່ນໃໝ່ ກໍສໍາຄັນສໍາລັບປະເທດໄທ. ມະຫາວິທະຍາໄລທັງ 2 ແຫ່ງກໍມີຄວາມຊ່ຽວຊານໃນການຄົ້ນຄວ້າຢູ່ເຂດພາກຕາເວັນອອກສຽງເໜືອຂອງໄທ ເຊິ່ງເປັນພື້ນທີ່ເຊື່ອມຈອດກັບ ສປປ ລາວ. ການຄົ້ນຄວ້າຂອງທັງສອງມະຫາວິທະຍາໄລໃນພາກອິສານ ຈະປະກອບສ່ວນເຂົ້າໃນການແລກປ່ຽນທາງວິຊາການໃນຄັ້ງນີ້ໄດ້ຢ່າງຝົດຝື້ນ.
ມະຫາວິທະຍາໄລຣິວກິວ ມີການຮ່ວມມືກັບມະຫາວິທະຍາໄລໃນ ສປປ ລາວ ໃນດ້ານສາທາລະນະສຸກຄື: ການປັບປຸງໂຮງໝໍ, ການຜ່າຕັດສັນລະຍາກຳຜົ້ງປາກ, ຮ່ວມມືພາຍໃຕ້ໂຄງການດ້ານອາຍຸລະສາດຜົ້ງປາກ ຂອງ JICA, ໂຄງການສຸຂະພາບແມ່ ແລະ ເດັກໃນຂັ້ນທ້ອງຖິ່ນ, ນອກນັ້ນ, ການຮ່ວມມືລະຫວ່າງມະຫາວິທະຍາໄລຣິວກິວ ແລະ ກະຊວງສາທາລະນະສຸກລາວ ກໍມີການຂະຫຍາຍຕົວໃນຫຼາຍຮູບແບບ. ປັດຈຸບັນ, ມະຫາວິທະຍາໄລຣິວກິວແມ່ນໄດ້ມີຫ້ອງການ(Satellite office) ຕັ້ງຢູ່ໃນ ສປປ ລາວເປັນທີ່ຮຽບຮ້ອຍ.
ໃນປັດຈຸບັນ, ການພັດທະນາຊຸມຊົນ-ຊົນນະບົດທີ່ມີປະສິດທິພາບ ພາຍໃຕ້ກະແສໂລກາພິວັດ ແມ່ນຍັງຈໍາເປັນຕ້ອງມີການຊ່ວຍເຫຼືອຈາກຕ່າງປະເທດ ແລະ ນໍາໃຊ້ການພັດທະນາໃນຮູບແບບຊຸມຊົນເປັນເຈົ້າ (Bottom-up approach) ເຂົ້າໃນການປະຕິບັດຕົວຈິງ. ການຄົ້ນຄວ້າໂດຍນໍາໃຊ້ມຸມມອງດັ່ງກ່າວ ແມ່ນມີມາແລ້ວ, ຈາກການຮ່ວມມືລະຫວ່າງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຣິວກິວ ພາຍໃຕ້ໂຄງການວິໄຈທີ່ມຸ່ງເນັ້ນການສ້າງນັກວິຊາການຮຸ່ນໃໝ່.
ດັ່ງນັ້ນ, ອີງຕາມຕາມຂໍ້ຕົກລົງຮ່ວມກັນລະຫວ່າງມະຫາວິທະຍາໄລຣິວກິວ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຄງການຄັ້ງນີ້ແມ່ນເພື່ອສົ່ງເສີມຄວາມຮ່ວມມື ໃນການສ້າງຖານເຄືອຄ່າຍແລກປ່ຽນທາງວິຊາການລະຫວ່າງປະເທດໃຫ້ມີຄວາມຕໍ່ເນື່ອງ, ກວມລວມເຖິງການມຸ່ງເນັ້ນສ້າງນັກວິຊາການ-ນັກວິໄຈຮຸ່ນໃໝ່, ສ້າງເງື່ອນໄຂໃນການແລກປ່ຽນທາງວິຊາການ ແລະ ເຮັດວິໄຈຮ່ວມກັບມະຫາວິທະຍາໄລໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ໃນຖານະເປັນພື້ນທີ່ເຊື່ອມຈອດຊາຍແດນກັບ ສປປ ລາວ, ພ້ອມທັງນໍາໃຊ້ຫ້ອງການ Satellite office ໃຫ້ເກີດປະໂຫຍດໃນການຮ່ວມມື.
ນັກວິຊາການຮຸ່ນໃໝ່ຈະເປັນແກນສຳຄັນ ໃນການສ້າງຖານການແລກປ່ຽນວິໄຈລະຫວ່າງປະເທດຢ່າງຕໍ່ເນື່ອງໄດ້, ດັ່ງນັ້ນ, ໃນການສ້າງນັກວິຊາການຜ່ານໂຄງການທາງວິຊາການຂອງພວກເຮົາໃນຄັ້ງນີ້ ຈໍາເປັນຕ້ອງໄດ້ເປີດກວ້າງທາງວິໄສທັດຮອບດ້ານ ເພື່ອໃຫ້ສາມາດຮ່ວມມືທາງວິຊາການກັບຫຼາກຫຼາຍສາຂາວິຊາ. ເນື່ອງຈາກມີນັກສຶກສາຈາກ ສປປ ລາວ ແລະ ປະເທດໄທ ທີ່ຈົບການສຶກສາໃນຫຼາກຫຼາຍສາຂາ ຈາກມະຫາວິທະຍາໄລຣິວກິວ ເຊິ່ງພວກເຂົາກໍຖືເປັນນັກວິຊາການຮຸ່ນໃໝ່ ທີ່ເປັນສະມາຊິກໃນທີມວິໄຈຄັ້ງນີ້ເຊັ່ນດຽວກັນ.