𝕀 𝕒𝕞 ℕ𝕠𝕦𝕥𝕠𝕦𝕪 𝔻𝕌𝔸ℕ𝔾𝕋𝔸. 𝕋𝕙𝕚𝕤 𝕚𝕤 𝕞𝕪 𝕠𝕟𝕝𝕚𝕟𝕖 𝕒𝕔𝕥𝕚𝕧𝕚𝕥𝕚𝕖𝕤
𝕀'𝕞 𝕔𝕦𝕣𝕣𝕖𝕟𝕥𝕝𝕪 𝕝𝕚𝕧𝕚𝕟𝕘 𝕚𝕟 𝕃𝕦𝕒𝕟𝕘𝕡𝕣𝕒𝕓𝕒𝕟𝕘, 𝕃𝕒𝕠𝕤...
𝕀'𝕞 𝕒 𝕖𝕝𝕖𝕔𝕥𝕣𝕚𝕔𝕒𝕝 𝕖𝕟𝕘𝕚𝕟𝕖𝕖𝕣 𝕒𝕟𝕕 𝕒 𝕝𝕠𝕧𝕖𝕣 𝕠𝕗 𝕝𝕚𝕗𝕖.
ເວລາທີ່ຂ້ອຍແລ່ນຈະມີຄວາມສຸກໃນຂະນະທີ່ແລ່ນໄປເລື້ອຍໆໂດຍສະເພາະການແລ່ນຕອນເຊົ້າໆນັ້ນເປັນສິ່ງທີ່ຂ້ອຍມັກຫຼາຍ ເພາະໄດ້ສູບອາກາດບໍລິສຸດໃນຕອນເຊົ້າໆພ້ອມກັບໄດ້ຄິດແນວທາງໃນການປະຕິບັດໃນວັນນີ້ນຳ.
ການແລ່ນປຽບເໜືອນການນັ່ງສະມາທິ ເພາະເຈົ້າຈະຢູ່ກັບຕົວເອງໄດ້ ເຊິ່ງເປັນເວລາທີ່ສຳຄັນທີ່ທຸກຄົນຄວນມີ ເພາະໂດຍສ່ວນໃຫຍ່ແລ້ວຄົນເຮົາມັກຈະບໍ່ຄ່ອຍມີເວລາທົບທວນສິ່ງຕ່າງໆເທົ່າທີ່ຄວນ
ການທີ່ໄດ້ໄປເຫັນສະຖານທີ່ໃດກໍ່ຕາມເຮັດໃຫ້ຕົວເຮົາໄດ້ເປີດມູມມອງ ເຮັດໃຫ້ບາງເທື່ອກໍ່ເຮັດໃຫ້ເຮົາເຫັນໂອກາດທີ່ຄົນອື່ນບໍ່ເຫັນ ເຮັດໃຫ້ຊ່ວຍເສີມວິໄສທັດທີ່ກວ້າງຫຼາຍຂື້ນ. ການທີ່ໄດ້ພົບປະກັບຜູ້ຄົນໃໝ່ໆ ໄດ້ພົບຄວາມແຕກຕ່າງຂອງວັດທະນະທຳ, ພາສາ, ການໃຊ້ຊີວິດ ມັນໃຫ້ໃຫ້ເຮົາໄດ້ຮຽນຮູ້ສິ່ງໃໝ່ໆສະເໝີ ໄດ້ຮຽນຮູ້ຈັກວິທີການຮັບມືກັບການປ່ຽນແປງຕ່າງໆ ແລະ ວິທີຄິດທີ່ຈະນຳໄປສູ້ແຮງບັນດານໃຈໃຫ້ສ້າງສັນນະວັດຕະກຳໃໝ່ໆຂື້ນໄດ້.
ການເດີນທາງຄືລາງວັນຢາງໜຶ່ງຂອງຂ້ອຍ ເພາະມັນມັກຈະເຮັດໃຫ້ຂ້ອຍໄດ້ຕື່ນເຕັ້ນກັບສິ່ງທີ່ພົບເຈີສະເໜີ ເພື່ອຈະໄດ້ນຳມາປັບໃຊ້ໃນຊີວິດປະຈຳວັນຫຼືການເຮັດວຽກຂອງຕົນເອງໂດຍສະເພາະໃນຍຸກທີ່ຕ້ອງຮຽນຮູ້ທັກສະແລະຄວາມສາມາດໃໝ່ໆ ດັ່ງນັ້ນເມື່ອມີໂອກາດກໍ່ຂໍເກັບກ່ຽວເອົາໄວ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ @Macao, China.
ທຸກຄົນຍ່ອມຈະມີຄວາມໄຝ່ຝັນ ແລະ ຄວາມຫວັງໃນຕົວເອງສະເໝີ!
ລົດລາຄາແພງ ຫຼື ລາຄາຖືກໂດຍທົ່ວໄປແລ້ວຕັ້ງແຕ່ອາດີດຈົນມາເຖິງປະຈຸບັນນີ້ ລົດຍົນຍັງເປັນໄດ້ຫຼາຍກວ່າຍານພາຫະນະ ເຊິ່ງມັນເຮັດໜ້າທີ່ເປັນເໜືອນເຄື່ອງປະດັບໃນເວລາດຽວກັນ.
ແຕ່ຄວາມຫວັງຂອງຄົນເຮົາກໍ່ຫວັງທີ່ຈະໄດ້ຄອບຄອງເປັນເຈົ້າຂອງລົດໃນຝັນມາຢູ່ໃນການຄອບຄອງຈັກຄັນໜຶ່ງ ເຊິ່ງສວນຕົວແມ່ນມັກລົດ Porsche