ໂຄງການນີ້ແມ່ນການທົດລອງການນຳເອົາຂໍ້ມູນທາງດ້ານເຕັກນິກທີ່ໃຊ້ກັບວຽກງານພາກຄຸ້ມຄອງລະບົບຈຳໜ່າຍໄຟຟ້າໃນລັດວິສາຫະກິດໄຟຟ້າ ສາຂາແຂວງຫຼວງພະບາງ ມາປັບປຸງໃຫ້ດີຍິ່ງຂື້ນ.
ກ່ອນອື່ນໝົດຂໍກ່າວເຖິງບັນຫາທີ່ເກີດຂື້ນໃນປະຈຸບັນອາດີດ ແລະ ປະຈຸບັນນີ້ກ່ອນວ່າໃນການບໍລິຫານຈັດການລະບົບໄຟຟ້າຈຳໜ່າຍເຮົາມີຄືແນວໃດແດ່:
ການລາຍງານດ້ານໄຟຕົກ-ໄຟດັບແມ່ນອີງອາໃສ່ຂໍ້ມູນທີ່ໄດ້ບັນທຶກມາຈາກສະຖານີໄຟຟ້າຢ່າງດຽວ (ຕາມມຸມມອງສ່ວນຕົວເຫັນວ່າຍັງບໍ່ສອດຄ່ອງກັບຕົວຈິງຂອງລະບົບທີ່ແທ້ຈິງເທື່ອ)
ການລາຍງານ ແລະ ການຄິດໄລ່ຫາຕົວຊີ້ວັດ (SAIFI, SAIDI, ENS) ຕ່າງໆແມ່ນມີລັກສະນະຂ້ອນຂ້າງລ້າຊ້າ (ຄືຕ້ອງໄດ້ລໍຖ້າຂໍ້ມູນມາຈົນຄົບໃນທ້າຍເດືອນຈາກພາກສ່ວນຕ່າງໆ ເຊັ່ນ: ສະຖານີ, ສູນບໍລິການໄຟຟ້າ, ໜ່ວຍງານແກ້ໄຂໄຟຟ້າສຸກເສີນ...)
ຕໍ່ກັບຜູ່ບໍລິຫານແລ້ວຂໍມູນເພື່ອປະກອບການຕັດສິນໃຈແລ້ວນັ້ນແມ່ນມີຄວາມຈຳເປັນຫຼາຍໃນປະຈຸບັນນີ້ ດັ່ງຄຳວ່າ: “Data is the new oil” ຄືວ່າການທີ່ເຮົານຳຂໍ້ມູນມາແມ່ນເພື່ອປະກອບການຕັດສິນໃຈໃນການວາງກົນລະຍຸດໃນຕ່າງໃນການບຳລຸງຮັກສາລະບົບຈຳໜ່າຍໄຟຟ້າ ແມ່ນລ້ວນແລ້ວແຕ່ຕ້ອງການຂໍ້ມູນດັ່ງກ່າວນີ້ ຈຶ່ງຕ້ອງການຄວາມທັນເຫດການຂອງຂໍ້ມູນ ແລະ ຖືກຕ້ອງເພື່ອການຕັດສິນໃຈທີີ່ຖືກຕ້ອງແລະແມ່ນຍຳຍິ່ງຂື້ນ.
>> ເຊິ່ງໃນເປັນການບັນທຶກຂໍ້ມູນຈາກຜູ້ແກ້ໄຟໂດຍຈະສົ່ງຂໍ້ມູນແບບ Real-time ມາຍັງສູນກາງເພື່ອຄຳນວນ ແລະ ໃຫ້ເຫັນເຖິງສະຖານະຂອງລະບົບປະຈຸບັນແບບ Real-time ນຳ. ຍັງມີຟັງຊັ່ນການແຈ້ງເຕືອນຜ່ານທາງແອັບພິລິເຄຊັ່ນ Line ເມື່ອມີເຫດການໄຟຟ້າມອດ ຫຼື ການການຕັດໄຟເກີດຂື້ນ.
ເປີດປະສົບການໃໝ່ໆກັບເທັກໂນໂລຢີທີ່ຂັບເຄື່ອນໂລກໃບນີ້ໄປດ້ວຍກັນ
ຢ້ຽມຊົມບູດ PEA ທີ່ເປັນເຈົ້າຂອງທຶນທີ່ໃຫ້ສຶກສາຕໍ່ລະດັບປະລິນຍາໂທທີ່ມະຫາວິທະຍາໄບກະເສດສາດ ຣາຊະອານາຈັກໄທ