ໜວ່ຍພັກຫໍສະໝຸດກອງທັບ ຈັດຕັ້ງພິທີຮັບສະມາຊິກພັກສົມບູນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈຳເດືອນ 12/ 2024 ພ້ອມທັງວາງທິດທາງແຜນການປະຈຳເດືອນ 1/2025.
ໜວ່ຍພັກຫໍສະໝຸດກອງທັບ ຈັດຕັ້ງພິທີຮັບສະມາຊິກພັກສົມບູນ ແລະ ສະຫຼຸບການເຄື່ອນໄຫວວຽກງານປະຈຳເດືອນ 12/ 2024 ພ້ອມທັງວາງທິດທາງແຜນການປະຈຳເດືອນ 1/2025.
ໃນເວລາ 8:30 ຂອງເຊົ້າວັນທີ່ 26 ທັນວາ 2024 ທີ່ຫໍສະໝຸດກອງທັບ ໄດ້ມີພິທີ່ຮັບສະມາຊິກພັກສົມບູນຂື້ນ ໂດຍການເຂົ້າຮວ່ມເປັນປະທານຂອງ ສະຫາຍ ພັອ ວຽງທອງ ວີດພາວົງ ເລຂາໜວ່ຍພັກ, ຜູ້ອຳນວຍການຫໍສະໝຸດກອງທັບ ມີບັນດາສະຫາຍຄະນະໜວ່ຍພ້ອມສະມາຊິກສົມບູນ ແລະ ສຳຮອງໃນໜວ່ຍກໍ່ມີໜ້າເຂົ້າຮວ່ມຢ່າງພ້ອມພຽງ.
ໃນພິທີ ພາຍຫຼັງກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ ສະຫາຍ ພັທ ນ. ຄູນທອງ ທຳມະວົງ ຮອງເລຂາໜວ່ຍ, ຮອງອຳນວຍການຫໍສະໝຸດກອງທັບ ໄດ້ເປັນຄະນະຈັດຕັ້ງ ແລະ ໄດ້ຂື້ນຜ່ານຂໍ້ຕົກລົງຂອງຄະນະພັກກົມໃຫ່ຍການເມືອງກອງທັບ ອານຸມັດໃຫ້ 2 ສະຫາຍ ສະມາຊິກພັກສຳຮອງ ເລື່ອນຂື້ນເປັນສະມາຊິກພັກສົມບູນ.
ຈາກນັ້ນ ສະຫາຍ ພັອ ວຽງທອງ ວີດພາວົງ ກໍ່ໄດ້ໃຫ້ກຽດຂື້ນກ່າວສະແດງຄວາມຍີນດີຕ້ອນຮັບ ແລະ ໃຫ້ຄຳໂອ້ລົມມອບໝາຍໜ້າທີ່ ພ້ອມມອບຂໍ້ຕົກລົງໃຫ້ສະມາຊິກພັກສົມບູນໃໝ່ ຕໍ່ມາ ສະຫາຍ ຕາງໜ້າສະມາຊິກພັກໃໝ່ກໍ່ໄດ້ຂື້ນຮັບຄຳໂອວາດຕັກເຕືອນ ຈາກ ທ່ານເລຂາໜວ່ຍພັກ ພ້ອມປະຕິຍານຕົນ.
ພາຍຫຼັງພິທີຮັບສະມາຊິກພັກສົມບູນສຳເລັດ, ກອງປະຊຸມກໍ່ໄດ້ສືບຕໍ່ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພັກປະຈຳເດືອນ 12/2024, ຜ່ານທິດທາງແຜນການເດືອນ 1/2025, ຜ່ານບົດສະຫຼຸບເສດຖະກິດຂອງໜວ່ຍປະຈຳປີ 2024. ພິທີໄດ້ປິດລົງໃນເວລາ 11:00 ຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ.