ໂຮງໝໍສູນກາງ 103 ກອງທັບ ໄດ້ມອບໃບສົມມະນາຄຸນໃຫ້ແກ່ຫໍສະໝຸດກອງທັບ.
ໂຮງໝໍສູນກາງ 103 ກອງທັບ ໄດ້ມອບໃບສົມມະນາຄຸນໃຫ້ແກ່ຫໍສະໝຸດກອງທັບ.
ໃນຕອນແລງ ຂອງວັນທີ 03.10.2024 ທີ່ຫ້ອງສະໝຸດກອງທັບ, ໂຮງໝໍສູນກາງ 103 ກອງທັບ ໄດ້ມອບໃບສົມມະນາຄຸນ ໃຫ້ແກ່ຫໍສະໝຸດກອງທັບ, ນຳໂດຍສະຫາຍ ພັ.ອ ດຣ ພອນປະເສີດ ສຸວັນນະລາດ ຮອງອຳນວຍການ, ຫົວໜ້າຫ້ອງອົບຮົມ-ຄົ້ນຄ້ວາວິທະຍາສາດ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັ.ອ ວຽງທອງ ວີດພາວົງ ອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະ ແລະ ມີຫົວໜ້າພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ພາຍຫຼັງພິທີໄດ້ກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ສະຫາຍ ພັ.ອ ດຣ ພອນປະເສີດ ສຸວັນນະລາດ ໄດ້ຂຶ້ນກ່າວມອບໃບສົມມະນາຄຸນ ແລະ ມອບປຶ້ມທາງການແພດຈຳນວນໜຶ່ງ ໃຫ້ແກ່ຫໍສະໝຸດກອງທັບ ເພື່ອເປັນການປະກອບສ່ວນໃນການສົ່ງເສີມການອ່ານເພື່ອໃຫ້ພະນັກງານ-ນັກຮົບໄດ້ຊອກຮູ້ຮໍ່າຮຽນຫຼາຍຂຶ້ນ. ຈາກນັ້ນ ສະຫາຍ ພັ.ອ ວຽງທອງ ວີດພາວົງ ກໍ່ໄດ້ຂຶ້ນກ່າວຮັບ ແລະ ສະແດງຄວາມຂອບໃຈຕໍ່່ໂຮງໝໍສູນກາງ 103 ກອງທັບທີ່ໄດ້ມອບໃບສົມມະນາໃຫ້ແກ່ຫໍສະໝຸດກອງທັບ.