ເປີດເຝິກອົບຮົມວຽກງານວິຊາສະເພາະຫໍສະໝຸດ
ເປີດເຝິກອົບຮົມວຽກງານວິຊາສະເພາະຫໍສະໝຸດ
ວັນທີ 4 ກໍລະກົດ 2024 ນີ້, ຫໍສະໝຸດກອງທັບປະຊາຊົນລາວ ໄດ້ເປີດຊຸດເຝິກອົບຮົມວຽກງານວິຊາສະເພາະຫໍສະໝຸດ ໂດຍແມ່ນການຊ່ວຍອົບຮົມຈາກວິຊາການຫໍສະໝຸດກອງທັບປະຊາຊົນຫວຽດນາມ ໂດຍມີ ສະຫາຍ ພັນເອກ ທີມສາວ ດວງຈໍາປາ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ວຽງທອງ ວິດພາວົງ ອໍານວຍການຫໍສະໝຸດກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ນາງ ເຈິນອຸດແຄ່ງລີ ພະນັກງານພະແນກເຕັກນິກ, ຫົວໜ້າຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນຫວຽດນາມ, ມີບັນດານັກສໍາມະນາກອນຈາກ ຫໍສະໝຸດກອງທັບ, ວິທະຍາຄານໄກສອນພົມວິຫານ, ວິທະຍາຄານພະລາທິການກອງທັບ, ວິທະຍາຄານການແພດ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ຫໍສະໝຸດກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ຫົວໜ້າພະແນກສື່ສານບັນນານຸກົມ ຫໍສະໝຸດກອງທັບປະຊາຊົນລາວ ໄດ້ກ່າວວ່າ: ການເປີດຊຸດເຝິກອົບຮົມໃນຄັ້ງນີ້ ກໍເພື່ອເປັນການປັບປຸງ ແລະ ເປັນການສ້າງຫໍສະໝຸດກອງທັບ ໃຫ້ເປັນຫໍສະໝຸດທີ່ມີມາດຖານຕາມລະບົບຫຼັກວິຊາການ ແລະ ທັນສະໄໝ ສາມາດຕອບສະໝອງບໍລິການຮັບໃຊ້ຜູ້ທີ່ເຂົ້າໄປອ່ານ, ຄົ້ນຄວ້າໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຮັດໃຫ້ພະນັກງານ, ນັກສຶກສາ, ນັກຮົບ ກໍຄືນັກຮຽນ, ນັກສຶກສາປັນຍາຊົນທຸກຊັ້ນຄົນໃນສັງຄົມ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານທີ່ທັນສະໄໝ, ທັນຍຸກ, ທັນເຫດການ ແລະ ເພື່ອເປັນການເຮັດໃຫ້ພະນັກງານວິຊາສະເພາະ, ວິຊາການ ນໍາເອົາຄວາມຮູ້ທາງດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງຈາກຄະນະຊ່ຽວຊານ ທີ່ໄດ້ຖ່າຍທອດໃຫ້ ໄປເປັນບ່ອນອີງພື້ນຖານໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະວຽກງານຫໍສະໝຸດ ຢູ່ໃນກອງທັບປະຊາຊົນລາວ, ເຮັດໃຫ້ພະນັກງານວິຊາສະເພາະ, ວິຊາການຢູ່ຫໍສະໝຸດມີຄວາມຮູ້, ຄວາມສາມາດ ແລະ ບົດຮຽນຕົວຈິງ ໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ຍັງໄດ້ສົມທົບກັບຄະນະຊ່ຽວຊານຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ປັບປຸງໂປຼແກຼມຄຸ້ມຄອງຫໍສະໝຸດ, ປັງປຸງເວບໄຊຫໍສະໝຸດກອງທັບ ໃຫ້ມັນດີຂຶ້ນກວ່າເກົ່າ ແລະ ຈັດຕັ້ງເຝິກອົບຮົມວິທີການໂຄສະນາແນະນໍາປື້ມ, ການຈັດວາງສະແດງປື້ມ, ການອັດຄລິບລົງໂຄສະນາຜ່ານເຟສບຸກ, ການນໍາໃຊ້ໂປຼແກຼມວິນນາລິບ, ດິຈິຕອນ ແລະ ການຄຸ້ມຄອງຫໍສະໝຸດ. ເຊິ່ງການເຝິກອົບຮົມຄັ້ງນີ້ຈະດໍາເນີນໄປເປັນເວລາ 1 ເດືອນ ຈຶ່ງຈະສຳເລັດ.