ຫໍສະໝຸດກອງທັບໄດ້ມອບປື້ມໃຫ້ ຫໍສະໝຸດກົມໃຫ່ຍເຕັກນິກ
ຫໍສະໝຸດກອງທັບໄດ້ມອບປື້ມໃຫ້ ຫໍສະໝຸດກົມໃຫ່ຍເຕັກນິກ
ໃນຕອນເຊົ້າຂອງວັນທີ່ 7 ພຶດສະພາ 2024 ທີ່ຫໍສະໝຸດກອງທັບ, ຫໍສະໝຸດກອງທັບໄດ້ມອບປື້ມໃຫ້ ຫໍສະໝຸດກົມໃຫ່ຍເຕັກນິກ, ຈຳນວນ 51 ຫົວ ລາຄາ 2,445,000 ກີບ, ກ່າວມອບໂດຍ ທ່ານ ພັອ ວຽງທອງ ວີດພາວົງ ອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະ, ໄດ້ກວ່າຮັບໂດຍ ພັຕ ນາງ ບົວທອນ ສຸທຳມະວົງ ພະແນກໂຄສະນາກົມໃຫ່ຍເຕັກນິກ, ປື້ມທີ່ມອບໃນຄັ້ງນີ້ເພື່ອປະກອບສວ່ນເຂົ້າໃນການສົ່ງເສີມການອ່ານ ການຄົ້ນຄວ້າຮໍ່າຮຽນພາຍໃນກອງທັບ ຫຼື ກົມກອງ ໃຫ້ກວ້າງຂວາງມີຄຸນນະພາບອີງໃສ່ວຽກງານພາລະບົດບາດພາຍໃນຫໍສະໝຸດ ແລະ ປົກປັກຮັກສາຄຸ້ມຄອງປື້ມໃຫ້ໃຊ້ປະໂຫຍດໄດ້ຫລາຍທີ່ສຸດ ແລະ ເພື່ອເປັນການຊຸກຍູ້ວຽກງານສົ່ງເສີມການອ່ານໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວຂື້ນໄປເລື່ອຍໆ.