ຫໍສະໝຸດກອງທັບລົງຈັດກິດຈະກຳ ຖາມ - ຕອບ ຄວາມຮູ້ຮອບຕົວ
ຮ່ວມກັບກອງພັນໃຫຍ່ 605
ຫໍສະໝຸດກອງທັບລົງຈັດກິດຈະກຳ ຖາມ - ຕອບ ຄວາມຮູ້ຮອບຕົວ
ຮ່ວມກັບກອງພັນໃຫຍ່ 605
ໃນຕອນເຊົ້າຂອງວັນທີ 05 ກໍລະກົດ 2023 ຢູ່ທີ່ສະໂມສອນກອງພັນໃຫຍ່ 605, ໄດ້ມີການສ້າງກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວລະຫວ່າງ ຫໍສະໝຸດກອງທັບ ກັບ ກອງພັນໃຫຍ່ 605 ຂຶ້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັທ ດຸມເພັດ ສະຫຼຽນຄຳ ຮອງອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍທີມທາງວິຊາການຈຳນວນໜຶ່ງ ແລະ ໃຫ້ກຽດຕ້ອນຮັບໂດຍສະຫາຍ ພັທ ໄມສີ ມາວັນດີ ຄະນະພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605 ພ້ອມດ້ວຍນາຍ ແລະ ພົນທະຫານຈຳນວນ 11 ຫົວໜ່ວຍກົມກອງທີ່ຂື້ນກັບກອງພັນໃຫຍ່ 605.
ຜ່ານການສ້າງກິດຈະກຳ ຖາມ-ຕອບ ເຫັນວ່າມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຕອບຄຳຖາມໄດ້ດີ ຍາດໄດ້ອັນດັບທີ I ມີ 1 ພາກສ່ວນ, ທີ II ມີ 1 ພາກສ່ວນ, ທີ III ມີ 1 ພາກສ່ວນ, ນອກນີ້ຍັງໄດ້ຮັບລາງວັນຊົມເຊີຍອີກ 8 ພາກສ່ວນ. ຕອນທ້າຍ ສະຫາຍ ພັທ ໄມສີ ມາວັນດີ ຄະນະພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 605 ກໍ່ໄດ້ກ່າວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຫໍສະໝຸດກອງທັບ ທີ່ໄດ້ລົງມາຈັດກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວໃນຄັ້ງນີ້ ມີຜົນສຳເລັດຢ່າງຈົບງາມພ້ອມທັງໄດ້ກ່າວປິດພິທີຢ່າງເປັນທາງການ.