ຫໍສະໝຸດກອງທັບປະຊາຊົນລາວ ໄປຖອດຖອນບົດຮຽນກ່ຽວກັບວຽກງານຫໍສະໝຸດ
ຢູ່ຫໍສະໝຸດວິທະຍາຄານສັນຕິບານປະຊາຊົນ.
ຫໍສະໝຸດກອງທັບປະຊາຊົນລາວ ໄປຖອດຖອນບົດຮຽນກ່ຽວກັບວຽກງານຫໍສະໝຸດ
ຢູ່ຫໍສະໝຸດວິທະຍາຄານສັນຕິບານປະຊາຊົນ.
ໃນຕອນເຊົ້າ, ວັນທີ 29 ສິງຫາ 2023 ນີ້, ຫໍສະໝຸດກອງທັບປະຊາຊົນລາວ ໄດ້ໄປຖອດຖອນບົດຮຽນກ່ຽວກັບວຽກງານຫໍສະໝຸດຢູ່ວິທະຍາຄານສັນຕິບານປະຊາຊົນ. ນຳພາຄະນະໂດຍ ພັ.ທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບພ້ອມດ້ວຍພະນັກງານ-ນັກຮົບ ຫໍສະໝຸດກອງທັບເຂົ້າຮ່ວມ.
ໂອກາດດັ່ງກ່າວ ພັນເອກ ນ. ແພງສອນ ວົງສຸວັນ ຄະນະພັກ ຫົວໜ້າສູນຂໍ້ມູນຂ່າວສານ-ການສຶກສາ ວິທະຍາຄານສັນຕິບານປະຊາຊົນ , ໄດ້ມີຄໍາເຫັນຕໍ່ກອງປະຊຸມ, ເຊິ່ງໄດ້ມີການແລກປ່ຽນ, ຖ່າຍທອດປະສົບການ, ຖອດຖອນບົດຮຽນໃນຫຼາຍຫົວຂໍ້ໂດຍສະເພາະທາງດ້ານເຕັກນິກ, ວິຊາການຢ່າງກົງໄປກົງມາ ລະຫວ່າງ ວິທະຍາຄານສັນຕິບານປະຊາຊົນ ແລະ ຫໍສະໝຸດກອງທັບ.
ສະຫາຍ ພັນໂທ ນ. ສົມຫວັງ ສິດທິສັກ ຫົວໜ້າພະແນກຫໍສະໝຸດວິທະຍາຄານສັນຕິບານປະຊາຊົນ ໄດ້ລາຍງານການເຄື່ອນໄຫວວຽກງານຕົວຈິງ, ເຊິ່ງສັງເກດຕີລາຄາ ແລະ ລວບລວມຂໍ້ມູນການຄຸ້ມຄອງວຽກງານຫໍສະໝຸດໃນການຖອດຖອນບົດຮຽນຄັ້ງນີ້ໃຫ້ແກ່ຫໍສະໝຸດກອງທັບ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ, ຂໍ້ສະດວກ ຂອງຫໍສະໝຸດດັ່ງກ່າວ.
ການເຄື່ອນໄຫວຢ້ຽມຢາມ ພົບປະແລກປ່ຽນ, ຖອດຖອນບົດຮຽນໃນຄັ້ງນີ້, ເປັນການຫັດແໜ້ນຄວາມສາມັກຄີ, ສ້າງໄດ້ຄວາມຮັກແພງ, ໄມຕີຈິດ ມິດຕະພາບ ແລະ ເປັນການເພີ່ມພູນຄູນສ້າງມູນເຊື້ອອັນດີງາມດັ່ງກ່າວໃຫ້ສູງຂຶ້ນເລື້ອຍໆ.