ຫໍສະໝຸດກອງທັບປະຊາຊົນລາວ ໄປຖອດຖອນບົດຮຽນກ່ຽວກັບວຽກງານ
ຫໍສະໝຸດຢູ່ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ.
ຫໍສະໝຸດກອງທັບປະຊາຊົນລາວ ໄປຖອດຖອນບົດຮຽນກ່ຽວກັບວຽກງານ
ຫໍສະໝຸດຢູ່ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ.
ໃນຕອນເຊົ້າ, ວັນທີ 19 ກັນຍາ 2023 ນີ້, ຫໍສະໝຸດກອງທັບປະຊາຊົນລາວ ໄດ້ໄປຖອດຖອນບົດຮຽນກ່ຽວກັບວຽກງານຫໍສະໝຸດຢູ່ ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ, ນຳພາຄະນະໂດຍ ພັ.ທ ນ. ຄູນທອງ ທຳມະວົງ ຮອງອຳນວຍການ ພ້ອມດ້ວຍພະນັກງານ-ນັກຮົບ ຫໍສະໝຸດກອງທັບເຂົ້າຮ່ວມ.
ໂອກາດດັ່ງກ່າວ ອາຈານ ນ. ທອງວັນ ປັນຍາທອງ ຮອງອຳນວຍການຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ຜູ້ຊີ້ນຳພະແນກວິຊາການ, ໄດ້ລາຍງານການເຄື່ອນໄຫວວຽກງານຕົວຈິງ, ເຊິ່ງສັງເກດຕີລາຄາ ແລະ ລວບລວມຂໍ້ມູນການຄຸ້ມຄອງວຽກງານຫໍສະໝຸດ ແລະ ໄດ້ມີການແລກປ່ຽນ, ຖ່າຍທອດປະສົບການ, ຖອດຖອນບົດຮຽນໃນຫຼາຍຫົວຂໍ້ໂດຍສະເພາະທາງດ້ານເຕັກນິກ, ວິຊາການຢ່າງກົງໄປກົງມາ ລະຫວ່າງ ຫໍສະໝຸດກາງມະຫາວິທະຍາໄລແຫ່ງຊາດ ແລະ ຫໍສະໝຸດກອງທັບ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ, ຂໍ້ສະດວກ ຂອງຫໍສະໝຸດດັ່ງກ່າວ.
ການເຄື່ອນໄຫວຢ້ຽມຢາມ ພົບປະແລກປ່ຽນ, ຖອດຖອນບົດຮຽນໃນຄັ້ງນີ້, ເປັນການຫັດແໜ້ນຄວາມສາມັກຄີ, ສ້າງໄດ້ຄວາມຮັກແພງ, ໄມຕີຈິດ ມິດຕະພາບ ແລະ ເປັນ ການເພີ່ມພູນຄູນສ້າງມູນເຊື້ອອັນດີງາມດັ່ງກ່າວໃຫ້ສູງຂຶ້ນເລື້ອຍໆ.