ຫໍສະໝຸດກອງທັບປະຊາຊົນລາວ ເຂົ້າອວຍພອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 64 ປີ ແກ່ກົມຄົ້ນຄວ້າວິທະຍາສາດ-ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ.
ຫໍສະໝຸດກອງທັບປະຊາຊົນລາວ ເຂົ້າອວຍພອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 64 ປີ ແກ່ກົມຄົ້ນຄວ້າວິທະຍາສາດ-ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ.
ໃນເວລາ 14:00 ຂອງວັນທີ່ 1 ເມສາ 2025, ທີ່ຫ້ອງປະຊຸມ ຫໍພິພິທະພັນປ້ອງກັນຄວາມສະຫງົບ ໄດ້ມີການຕ້ອນຮັບການໄປອວຍພອນຂອງຄະນະຫໍສະໝຸດກອງທັບ, ເຊີ່ງນໍາໂດຍ ສະຫາຍ ພັທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະ ແລະ ພະນັກງານຈຳນວນໜື່ງ ໄດ້ນຳກະຕ່າຂອງຂວັນແລະຄຳອວຍພອນໄປມອບໃຫ້ ແກ່ຄະນະກົມຄົ້ນຄ້ວາວິທະຍາສາດ-ປະຫວັດສາດປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 64 ປີ ( 5 ເມສາ 1961 – 5 ເມສາ 2025 )
ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັນເອກ ປທ ທົງສະຫວັດ ຫຼວງຈັນດາວົງສ໌ ຄະນະພັກຮາກຖານກົມ, ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ-ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍພະນັກງານຈຳນວນໜື່ງ.
ພາຍໃນພິທີການຕ້ອນຮັບການໄປອວຍພອນ ແມ່ນມີບັນຍາກາດຟົດຟື້ນເບີກບານມວ່ນຊື່ນ ແລະມີຄວາມອົບອຸ່ນຈີງໃຈດ້ວຍຄວາມສາມັກຄີ ມິດຕະພາບລະຫວ່າງ 2 ກຳລັງ ແລະ 2ກົມກອງ ເຊີ່ງສະແດງໃຫ້ເຫັນເຖີງມູນເຊື້ອອັນດີງານທີ່ເຄີຍສືບທອດກັນມາ.