ຫໍສະໝຸດກອງທັບປະຊາຊົນລາວ ເຂົ້າຢ້ຽມຊົມອະນຸສອນສະຖານ
ປະທານ ສຸພານຸວົງ.
ຫໍສະໝຸດກອງທັບປະຊາຊົນລາວ ເຂົ້າຢ້ຽມຊົມອະນຸສອນສະຖານ
ປະທານ ສຸພານຸວົງ.
ວັນທີ16ສິງຫາ2023ນີ້, ຫໍສະໝຸດກອງທັບໄດ້ເຂົ້າທັດສະນະສຶກສາ ຢ້ຽມຊົມອານຸສອນສະຖານ ທ່ານ ສຸພານຸວົງ, ນຳພາຄະນະໂດຍ ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກອງ.
ຈຸດປະສົງ ກໍ່ເພື່ອເປັນການລະນຶກເຖິງວິລະກຳອັນໂດດເດັ່ນ ແລະ ຄວາມເດັດດ່ຽວບໍ່ຍອມຈຳນົນຂອງບັນດາອະດີດທ່ານຜູ້ນຳ ແນວລາວຮັກຊາດ ໃນຂະບວນການປະຕິວັດຊາດ ຕ້ານກັບຈັກກະພັດລ່າເມືອງຂື້ນທັງແບບເກົ່າ-ແບບໃໝ່ ແລະ ສະແດງເຖິງຄວາມຮູ້ບຸນຄຸນຕໍ່ບັນດາທ່ານຜູ້ນຳ ເວົ້າສະເພາະກໍຄື ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ປະກອບສ່ວນອຸທິຕົນ ທັງສະຕິປັນຍາ, ເລືອດເນື້ອເຫື່ອແຮງ ເຂົ້າໃນການປະຕິວັດຊາດ ປະຊາທິປະໄຕ ນໍາເອົາເອກະລາດ, ອຳນາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປວງຊົນລາວທັງຊາດ.
ແລະ ເພື່ອເປັນການສ້າງຂະບວນການຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄື ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023) ທີ່ຜ່ານມາ, ໃຫ້ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນ ແລະ ເປັນຂະບວນການຢ່າງກວ້າງຂວາງ.