ຫໍສະໝຸດກອງທັບ ລົງເກັບກຳຂໍ້ມູນປະຫວັດມູນເຊື້ອນຳພະນັກງານ ອາດີດການນຳຫໍສະໝຸດກອງທັບ.
ຫໍສະໝຸດກອງທັບ ລົງເກັບກຳຂໍ້ມູນປະຫວັດມູນເຊື້ອນຳພະນັກງານ ອາດີດການນຳຫໍສະໝຸດກອງທັບ.
ໃນເວລາ 10:30 ຂອງວັນທີ່ 13 ສີງຫາ 2025. ທີ່ຫໍສະໝຸດກອງທັບ ນຳໂດຍ ສະຫາຍ ພັທ ນ. ຄູນທອງ ທຳມະວົງ ຮັກສາການອຳນວຍການຫໍສະໝຸດກອງທັບ. ພ້ອມດ້ວຍຄະນະ ໄດ້ລົງເກັບກຳຂໍ້ມູນປະຫວັດມູນເຊື້ອຫໍສະໝຸດກອງທັບ. ນຳຄອບຄົວພະນັກງານບຳນານອາດີດຄະນະນຳຫໍສະໝຸດກອງທັບ. ໂດຍມີ ພັທ ພວງພາ ດາລາວົງ ອາດີດອຳນວຍການຫໍສະໝຸດກອງທັບ ແລະ ພັທ ນ. ໜໍ່ຄຳ ວັນເພງ. ທັ້ງເປັນການລົງເອົາຂໍ້ມູນ ແລະ ເປັນການຢ້ຽມຢາມຖາມຂ່າວເຊີ່ງກັນ ແລະ ກັນ ການພົບປະໄດ້ດຳເນີນໄປຢ່າງໄດ້ຮັບຜົນດີ ແລະ ມີຄວາມເຂົ້າໃຈເປັນເອກະພາບກັນແບບເປັນກັນເອງ ດ້ວຍມິດໄມຕີທີ່ເຕັມໄປດ້ວຍຄວາມຮັກແພງ ແລະ ນັບຖື.
ການລົງເກັບກໍາຂໍ້ມູນໃນຄັ້ງນີ້ ແມ່ນເພື່ອນໍາມາປະກອບໃນການຂຽນປື້ມປະຫວັດມູນເຊື້ອຂອງຫໍສະໝຸດກອງທັບ ເພື່ອຮັກສາໄວ້ໃຫ້ລູກຫຼານຜູ້ສືບທອດທີ່ເຕີບໃໝ່ໃຫ່ຍລຸ້ນໄດ້ຮູ້ຈັກ.
ຕອນທ້າຍ ສະຫາຍ ພັທ ຄູນທອງ ທໍາມະວົງ ຕ່າງໜ້າຄະນະໄດ້ມອບກະຕ່າຂອງຂວັນ ເພື່ອສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຄະນະນຳຫໍສະໝຸດກອງທັບລຸ້ນກອ່ນ ທີ່ໄດ້ໃຫ້ຂໍ້ມູນທີ່ດີເປັນບົດຮຽນອັນລໍ້າຄ່າໃຫ້ແກ່ພວກເຮົາ ພ້ອມກັນນັ້ນທ່ານຍັງໄດ້ອວຍພອນໃຫ້ທັງສອງທ່ານພະນັກງານບຳນານ ຈົ່ງມີສຸຂະພາບແຂງແຮງອາຍຸໝັ້ນຢືນຍາວ ມີຄວາມສຸກໃນຊີວິດ ແລະ ຄອບຄົວ ສືບຕໍ່ໃຫ້ການຊ່ວຍເຫຼືອເບີ່ງແຍງຫໍສະໝຸດກອງທັບພວກເຮົາຕື່ມ. ການພົບປະໄດ້ສໍາເລັດລົງໃນເລາ 11:30 ຂອງວັນດຽວກັນນີ້ ດ້ວຍບັນຍາກາດທີ່ມີຄວາມໝາຍແຫ່ງຄວາມສາມັກຄີຮັກແພງສະນິດສະໜົມກັນລະຫວ່າງພະນັກງານບຳນານ ແລະ ພະນັກງານປະຈຳການຈະຂໍຈົດຈຳບຸນຄຸນບໍ່ມີວັນລືມ.