ຫໍສະໝຸດກອງທັບ ລົງຢ້ຽມຢາມອວຍພອນພະນັກງານບຳນານ
ຫໍສະໝຸດກອງທັບ ລົງຢ້ຽມຢາມອວຍພອນພະນັກງານບຳນານ
ໃນຕອນເຊົ້າຂອງວັນທີ 17 ສີງຫາ 2023ນີ້, ຫໍສະໝຸດກອງທັບ ນຳພາໂດຍ ທ່ານ ພັອ ວຽງທອງ ວິດພາວົງ ຫົວໜ້າອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບພາຍໃນກົມກອງ, ໄປອວຍພອນ ພັທ ພິມພາ ປັນຍາຮັກ ພະນັກງານບຳນານ ອາດີດຫົວໜ້າອຳນວຍການຫໍສະໝຸດກອງທັບ.
ເຊີ່ງໄດ້ນຳເອົາຄວາມຢືຢາມຖາມຂ່າວ, ຄວາມຫ່ວງໄຍທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ຄຳອວຍພອນອັນປະເສີດ ເຂົ້າອວຍພອນ ທ່ານ ພັທ ພິມພາ ປັນຍາຮັກ, ທີ່ບ້ານ ຫວ້ຍຫົງ ເມືອງ ຈັນທະບູລີ ນະຄອນຫລວງ ພ້ອມທັງໄດ້ໂອລົມເຖີງວຽກງານຫໍສະໝຸດໃນໄລຍະຜ່ານມາ.
ການລົງຢ້ຽມຢາມໃນຄັ້ງນີ້ ແມ່ນປະຕິບັດຕາມນະໂຍບາຍຂອງກົມກອງທີມີຕໍ່ພະນັກງານບຳນານ, ເປັນຕົ້ນແມ່ນ ອາດີດພະນັກງານ ບັນຊາ-ນຳພາ ຜູ້ທີ່ເຄີຍມີຜົນງານໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດກໍ່ຄືກົມກອງ, ພ້ອມກັນນັ້ນ ທ່ານ ພັທ ພິມພາ ປັນຍາຮັກ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະອຳນວຍການຫໍສະໝຸດກອງທັບ ຈົ່ງພ້ອມກັນເຮັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດ ແລະ ສ້າງສາພັດທະນາກົມກອງໃຫ້ຈະເລີນກ້າວໜ້າຂື້ນເລື່ອຍໆ.