ຫໍສະໝຸດກອງທັບ ມອບປື້ມໃຫ້ກະຊວງທະແຫຼ່ງຂ່າວ ແລະ ວັດທະນະທຳ
ຫໍສະໝຸດກອງທັບ ມອບປື້ມໃຫ້ກະຊວງທະແຫຼ່ງຂ່າວ ແລະ ວັດທະນະທຳ
ໃນຕອນເຊົ້າຂອງວັນທີ່ 21 ມີນາ 2025. ທີ່ຫໍສະໝຸດກອງທັບ. ໄດ້ມອບປື້ມໃຫ້ ຫ້ອງອ່ານຢູ່ກະຊວງທະແຫຼ່ງຂ່າວ ແລະ ວັດທະນະທຳ ຈຳນວນ 24 ຫົວ ເປັນມູນຄ່າ 2,255,000 ກີບ, ກ່າວມອບໂດຍ ສະຫາຍ ພັທ ນ. ຕາມົນ ສີງງາມ ຫົວໜ້າພະແນກເຕັກນິກສີ່ງພິມ ພ້ອມດ້ວຍພະນັກງານພາຍໃນກົມກອງ.
ກ່າວຮັບໂດຍ ນ. ວັນນະຄອນ ມະໂນທຳ ພະນັກງານຮັບຜິດຊອບຫ້ອງອ່ານ ຢູ່ກະຊວງທະແຫຼ່ງຂ່າວ ແລະ ວັດທະນະທຳ ປື້ມທີ່ມອບໃນຄັ້ງນີ້ປະກອບມີ ນິຕິກຳ, ການຄົ້ນຄ້າ, ຜົນງານ ຂອງກະຊວງປ້ອງກັນປະເທດ, ເພື່ອສົ່ງເສີມການອ່ານໃຫ້ປັນຍາຊົນໄດ້ເຂົ້າເຖິງແຫຼ່ງຂໍ້ມູນໄດ້ຫຼາຍຊອ່ງທາງ. ທັ້ງນີ້ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງສອງພາກສວ່ນໃຫ້ມີຄວາມອຸດົມສົມບູນຂື້ນກ່ວາເກົ່າ.