ຫໍສະໝຸດກອງທັບ ຈັດຕັ້ງເຜີຍແຜ່ເນື້ອໃນເອກະສານວຽກງານການເມືອງ
ໃຫ້ພະນັກງານ-ນັກຮົບພາຍໃນກົມກອງ.
ຫໍສະໝຸດກອງທັບ ຈັດຕັ້ງເຜີຍແຜ່ເນື້ອໃນເອກະສານວຽກງານການເມືອງ
ໃຫ້ພະນັກງານ-ນັກຮົບພາຍໃນກົມກອງ.
ໃນຕອນເຊົ້າຂອງວັນທີ່ 05 ສີງຫາ 2025. ທີ່ຫໍສະໝຸດກອງທັບ ໄດ້ຈັດຕັ້ງເຜີຍແຜ່ເອກະສານວຽກງານການເມືອງ ໃຫ້ແກ່ພະນັກງານນັກຮົບພາຍໃນກົມກອງ ປະຈຳປີ 2025. ໂດຍເປັນປະທານຂອງ ສະຫາຍ ພັນໂທ ນ. ຄູນທອງ ທຳມະວົງ ຮັກສາການອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍ ສະຫາຍ ພັທ ສະຫວຽງ ຈັນທະວົງ ຫົວໜ້າພະແນກສື່ສານບັນນານຸກົມ ແລະ ພະນັກງານ-ນັກຮົບເຂົ້າຮວ່ມຢ່າງພ້ອມພຽງ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງເຜີຍແຜ່ວຽກງານການເມືອງ-ແນວຄິດໃຫ້ມີເນື້ອໃນເລີກເຊີ່ງ, ທົ່ວເຖີງທຸກເປົ້າໝາຍ ຫໍສະໝຸດກອງທັບ ຈື່ງໄດ້ຈັດຕັ້ງເຜີຍແຜ່ວຽກງານການເມືອງ-ແນວຄິດຂື້ນ.
ສະຫາຍ ພັທ ນ. ຄູນທອງ ທຳມະວົງ ຮັກສາການອຳນວຍການຫໍສະໝຸດກອງທັບ ໄດ້ຂື້ນເຜີຍແຜ່ເອກະສານການເມືອງ-ແນວຄິດປະກອບມີ 03 ບົດດັ່ງນີ້: ວຽກງານພັກ-ວຽກງານການເມືອງໃນກອງທັບປະຊາຊົນລາວ, ວຽກງານພັກ-ວຽກງານການເມືອງໃນການປັບປຸງລະບຽບວິໄນຢູ່ກົມກອງ, ວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ. ພ້ອມດຽວກັນນີ້ ສະຫາຍ ພັທ ສະຫວຽງ ຈັນທະວົງ ຫົວໜ້າພະແນກສື່ສານບັນນານຸກົມ ໄດ້ຂື້ນເຜີຍແຜ່ເອກະສານການເມືອງ-ແນວຄິດ 03 ບົດຄື: ປັດຊະຍາມາກ-ເລນີນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕອບຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ ມະຕິຂອງພັກ, ເຊີ່ງລວມທັ້ງໝົດ 06 ບົດ. ເພື່ອປະຕິບັດຕາມຂໍ້ຕົກລົງຂອງຂັ້ນເທີງ ໃຫ້ສຳເລັດຕາມແຜນການ ແລະ ເພື່ອສ້າງໃຫ້ພະນັກງານ-ນັກຮົບພາຍໃນກົມກອງຫໍສະໝຸດກອງທັບ ກຳແໜ້ນແນວທາງຂອງພັກ-ກົດໝາຍຂອງລັດ ຂໍ້ກຳນົດ ກົດລະບຽບຂອງກອງທັບວາງອອກ ສ້າງໃຫ້ພະນັກງານ-ນັກຮົບ ໃຫ້ມີແນວຄິດການເມືອງໜັກແໜ້ນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ ເຮັດສຳເລັດໜ້າທີ່ ພ້ອມທັງພັດທະນາຕົນເອງ ແລະ ກົມກອງໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.