ຫໍສະໝຸດກອງທັບ ຈັດກິດຈະກຳກິລາເປຕັງຮ່ວມກັບ ກອງວາລະສານປ້ອງກັນຊາດ.
ຫໍສະໝຸດກອງທັບ ຈັດກິດຈະກຳກິລາເປຕັງຮ່ວມກັບ ກອງວາລະສານປ້ອງກັນຊາດ.
ໃນເວລາ 13:00 ຂອງວັນທີ 23 ມັງກອນ 2025, ທີ່ເດີ່ນກິລາເປຕັງຂອງກອງວາລະສານປ້ອງກັນຊາດໄດ້ຈັດພິທີແຂ່ງຂັນກິລາເປຕັງຂຶ້ນຢ່າງເປັນທາງການ ເພື່ອເປັນການຕ້ອນຮັບວັນສ້າງຕັ້ງກອງ ທັບປະຊາຊົນລາວໝູນວຽນມາຄົບຮອບ 76 ປີໃຫ້ມີບັນຍາກາດຟົດຟຶ້ນມ່ວນຊື່ນ ແລະ ເປັນການຫັດແໜ້ນຄວາມສາມັກຄີລະຫວ່າງ 2 ກົມກອງໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ.
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນໂທ ບຸມໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ແລະ ທ່ານ ພັນໂທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບພ້ອມດ້ວຍ ຄະນະ ແລະ ພະນັກງານນັກຮົບ 2 ກົມກອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພັນໂທ ບຸມໄມ ແສງອາລຸນ ໃຫ້ກຽດຂຶ້ນກ່າວເປີດພິທີຢ່າງເປັນທາງການ. ຈາກນັ້ນ ຂະບວນການກິລາກໍ່ໄດ້ດຳເນີນໄປຢ່າງມີບັນຍາກາດເບີກບານມ່ວນຊື່ນ. ຜ່ານການແຂ່ງຂັນທີມກິລາ ຊາວໜຸ່ມ ແລະ ແມ່ຍິງຫໍສະໝຸດ ຊະນະ, ສ່ວນທີມຄະນະແມ່ນ ກອງວາລະສານຊະນະ. ພິທີແຂ່ງຂັນໄດ້ສຳເລັດລົງໃນເວລາ 17:00 ຂອງວັນດຽວກັນນີ້ດ້ວຍບັນຍາກາດ ແຫ່ງມິດຕະພາບ ຄວາມສາມັກຄີຮັກແພງອັນດູດດື່ມ.