ຫໍພິພິທະພັນ, ຫໍສະໝຸດກອງທັບ ສ້າງກິດຈະກຳກິລາເປຕັງຮ່ວມກັບນັກສຳມະນາກອນມາເຝີກອົບຮົມ ໄລຍະສັ້ນ 01 ເດືອນ
ຫໍພິພິທະພັນ, ຫໍສະໝຸດກອງທັບ ສ້າງກິດຈະກຳກິລາເປຕັງຮ່ວມກັບນັກສຳມະນາກອນມາເຝີກອົບຮົມ ໄລຍະສັ້ນ 01 ເດືອນ
ໃນວັນທີ 10 ທັນວາ 2025 ຫໍພິພິທະພັນປະຫວັດສາດກອງທັບ ແລະ ຫໍສະໝຸດກອງທັບ ຮ່ວມກັນສ້າງກິດຈະກຳແຂ່ງຂັນກິລາເປຕັງມິດຕະພາບເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ, ຂຳນັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ ທີ່ຈະມາເຖິງ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເປັນການຫັດແໜ້ນຄວາມສາມັກຄີຂອງສອງກົມກອງໃຫ້ແໜ້ນແຟ້ນເລີກເຊີ່ງ ໂດຍການເປັນປະທ່ານຂອງສະຫາຍ ພັອ ສີສຸມັງ ມີໄຊຜົນ ອຳນວຍການ ຫໍພິພິທະພັນປະຫວັດສາດກອງທັບ, ແລະສະຫາຍ ພັທ ນ ຄູນທອງ ທຳມະວົງ ອຳນວຍການ ຫໍສະໝຸດກອງທັບ, ພ້ອມຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບທັງສອງກົມກອງ ແລະ ບັນດານັກຝືກອົບຮົມທີ່ມາອົບຮົມວຽກງານຫໍສະໝຸດ ແລະ ຫໍພິພິທະພັນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ສຳລັບການແຂ່ງຂັນກິລາເປຕັງໃນຄັ້ງນີ້ ປະກອບມີ 06 ທີມເຂົ້າຮ່ວມຄື: ທີມຄະນະພັກ-ຄະນະບັນຊາ ຫໍສະໝຸດກອງທັບ, ທີມຄະນະພັກ-ຄະນະບັນຊາ ຫໍພິພິທະພັນປະຫວັດສາດກອງທັບ, ທີມຊາວໝຸ່ມ-ແມ່ຍິງ ຫໍສະໝຸດກອງທັບ, ທີມຊາວໝຸ່ມ-ແມ່ຍິງ ຫໍພິພິທະພັນປະຫວັດສາດກອງທັບ, ທີມຄູອາຈານ, ທີມ ນັກຝືກອົບຮົມ. ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້: ລາງວັນທີ່ I ໄດ້ແກ່ ທີມຄູອາຈານ, ລາງວັນທີ່ II ທີມຄະນະພັກ-ຄະນະບັນຊາ ຫໍສະໝຸດກອງທັບ ສ່ວນທີ່ເຫຼື່ອແມ່ນໄດ້ລາງວັນຊົມເຊີຍ. ການແຂ່ງຂັນກິລາເປຕັງຄັ້ງນີ້ເຫັນວ່າມີບັນຍາກາດຟົດຟື້ນມ່ວນຊື່ນສະແດງໃຫ້ເຫັນຄວາມສາມັກຄືລະຫວ່າງພະນັກງານ-ນັກຮົບສອງກົມກອງ ແລະ ນັກຝືກອົບຮົມທີ່ມາຮ່ວມດ້ວຍຄວາມສະໜິດສະໜົມກັນ.