ພິທີມອບ-ຮັບ ປຶ້ມຂອງ ທ່ານ ກາບແກ້ວ ທຳມະວົງ
ນັກຂຽນໜຸ່ມແຫ່ງ ສປປ ລາວ ໃຫ້ແກ່ ຫໍສະໝຸດທົ່ວປະເທດ.
ພິທີມອບ-ຮັບ ປຶ້ມຂອງ ທ່ານ ກາບແກ້ວ ທຳມະວົງ
ນັກຂຽນໜຸ່ມແຫ່ງ ສປປ ລາວ ໃຫ້ແກ່ ຫໍສະໝຸດທົ່ວປະເທດ.
ໃນຕອນບ່າຍ ຂອງວັນທີ່ 14 ມິຖຸນາ 2024 ຜ່ານມານີ້ ໄດ້ມີພິທີມອບ-ຮັບປຶ້ມຂຶ້ນຢ່າງເປັນທາງການທີ່ວັດສີສະເກດ, ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ເຈົ້າອະທິການວັດສີສະເກດ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປລາວ, ທ່ານ ປອ. ສຳລານ ຫລວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ, ທ່ານ ສຸກທະວີ ວົງໄຊ ຜູ້ອຸປະຖຳຫລັກໃນການຈັດພິມປຶ້ມພ້ອມດ້ວຍ ພຣະເຖຣານຸເຖຣະ ແລະ ພະນັກງານຫໍສະໝຸດຈາກພາກສ່ວນຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນກໍ່ມີໜ້າເຂົ້າຮ່ວມ.
ໃນພິທີ ທ່ານ ກາບແກ້ວ ທຳມະວົງ (ເຈົ້າຂອງປຶ້ມ) ໄດ້ຂຶ້ນກ່າວຄຳເຫັນກ່ຽວກັບທີ່ມາຂອງປຶ້ມ. ພິທີດັ່ງກ່າວ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ກ່າວຄຳຂອບໃຈຕໍ່ຄວາມສຳຄັນຂອງປຶ້ມດັ່ງກ່າວທີ່ ທ່ານ ກາບແກ້ວ ທຳມະວົງໄດ້ຄົ້ນຄິດ-ຮີບໂຮມປະດິດຄິດແຕ່ງຂຶ້ນມາ, ປຶ້ມດັ່ງກ່າວມີເນື້ອໃນກ່ຽວກັບປະຫວັດພະທາດເຈດີ ແລະ ວັດທີ່ສໍາຄັນຕ່າງໆໃນ ສປປລາວ. ເຊິ່ງເປັນເຫດການທີ່ສຳຄັນທີ່ບໍ່ເຄີຍມີໃຜຄົ້ນຄິດມາກ່ອນເປັນຂໍ້ມູນທີ່ຈຳເປັນ, ຄົນລາວເຮົາຄວນຮູ້ເປັນມໍລະດົກອັນສຳຄັນດ້ານວັດທະນາທຳຂອງຊາດທີ່ພວກເຮົາຄວນຮັກສາໄວ້.
ຕໍ່ມາກໍ່ມີພິທີມອບ-ຮັບປຶ້ມໃຫ້ພາກສ່ວນຕ່າງໆທີ່ເຂົ້າຮ່ວມປຶ້ມທີ່ນຳມາມອບໃນຄັ້ງນີ້ມີ 570 ຫົວລວມມູນຄ່າ : 285.000.000ກີບ (ສອງຮ້ອຍແປດສິບຫ້າລ້ານກີບ). ໂດຍການຈັດພິມຂອງຮ້ານຂາຍປຶ້ມ D-Book. ພິທີໄດ້ສຳເລັດລົງໃນເວລາ 15:00’ ຂອງວັນດຽວກັນຢ່າງມີເນື້ອໃນຄວາມໝາຍອັນເລິກເຊິ່ງ.