ຫໍສະໝຸດກອງທັບປະຊາຊົນລາວ ໄດ້ມອບປື້ມໃຫ້ກອງພັນໃຫຍ່ 611.
ຫໍສະໝຸດກອງທັບປະຊາຊົນລາວ ໄດ້ມອບປື້ມໃຫ້ກອງພັນໃຫຍ່ 611.
ໃນຕອນເຊົ້າວັນທີ 22 ສິງຫາ 2023 ນີ້, ທ່ານ ພັ.ທ ນ. ຄູນທອງ ທຳມະວົງ ຄະນະອຳນວຍການຫໍສະໝຸດກອງທັບ, ໄດ້ມອບປື້ມຈຳນວນ 31 ຫົວໃຫ້ກອງພັນໃຫຍ່ 611, ກ່າວຮັບໂດຍ ທ່ານ ພັນຕີ ກໍລະກັນ ອຸທິລາດ ຫົວໜ້າຂະແໜງໂຄສະນາກອງພັນໃຫຍ່ 611, ປື້ມທີ່ມອບໃນຄັ້ງນີ້ແມ່ນເພື່ອປະກອບສ່ວນເຂົ້າໃນການສົ່ງເສີມການອ່ານ, ການຄົ້ນຄ້ວາໃນກອງທັບໃຫ້ກ້ວາງຂວາງ ແລະ ເພື່ອເປັນການຊຸກຍູ້ວຽກງານສົ່ງເສີມການອ່ານພາຍໃນກົມກອງໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວ, ເຮັດໃຫ້ພະນັກງານ - ນັກຮົບໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານດ້ວຍຫຼາຍຊ່ອງທາງ.