ໜ່ວຍຊາວໜຸ່ມຫໍສະໝຸດກອງທັບໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການເຄື່ອນໄຫວ ວຽກງານຊາວໜຸ່ມ 4 ບຸກ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023.
ໜ່ວຍຊາວໜຸ່ມຫໍສະໝຸດກອງທັບໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການເຄື່ອນໄຫວ ວຽກງານຊາວໜຸ່ມ 4 ບຸກ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023.
ໃນຕອນເຊົ້າ ວັນທີ 10ພຶດສະພາ 2023 ນີ້, ໜ່ວຍຊາວໜຸ່ມຫໍສະໝຸດກອງທັບໄດ້ຈັດຕັ້ງກອງປະຊຸມ ສະຫຼຸບການເຄື່ອນໄຫວ ວຽກງານຊາວໜຸ່ມ 4 ບຸກ ປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023.ໂດຍການເປັນປະທານຂອງ ພັ.ທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມກົມໃຫຍ່ການເມືອງກອງທັບ,ພອ້ມທັງ ສະຫາຍ ພັ.ທ ນ. ຄູນທອງ ທຳມະວົງ ຄະນະອຳນວຍການຫໍສະໝຸດກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນກໍ່ໃຫ້ກຽດເຂົ້າຮ່ວມ.ໃນໂອກາດນີ້ ສະຫາຍ ພັ.ຕ ສຸກສະໄໝ ນໍລະວົງ ເລຂາໜ່ວຍຫໍສະໝຸດກອງທັບ ໄດ້ຂື້ນຜ່ານ ສະຫຼຸບປະຈຳປີ2022 ແລະ ທິດທາງແຜນການ 2023 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ໜ່ວຍຍາດມາໄດ້ໃນຫຼາຍດ້ານຕໍ່ກັບຜົນສຳເລັດດັ່ງກ່າວເຮັດໃຫ້ມີສະມາຊິກຊາວໜຸ່ມໄດ້ຮັບນາມມະຍົດຍ້ອງຍໍຫຼາຍສະຫາຍ, ນອກນັ້ນຍັງໄດ້ຮັບໃບຍ້ອງຍໍປະເພດຄະນະໜ່ວຍ 4 ບຸກ, ປະເພດຊາວໜຸ່ມຕົວແບບ, ປະເພດການເຄື່ອນໄຫວດີເດັ່ນແນວລະ 1 ໃບ, ໂອກາດດັ່ງກ່າວ ພັ.ທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ, ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຜົນສຳເລັດທີ່ໜ່ວຍຍາດມາໄດ້ ພ້ອມກັນນັ້ນສະຫາຍຍັງໄດ້ເນັ້ນໜັກບາງບັນຫາໂດຍສະເພາະສະມາຊິກຊາວໜຸ່ມຕ້ອງໄດ້ຮຽນຮູ້ບັນດາວຽກງານວິຊາສະເພາະກໍ່ຄືວຽກງານຂະບວນການເຄື່ອນໄຫວດ້ານຕ່າງໆຂອງຊາວໜຸ່ມ, ເອົາໃຈໃສ່ສຶກສາຄົ້ນຄ້ວາຮຳ່ຮຽນ ແລະ ປ່ຽນບົດຮຽນນຳອ້າຍ, ເອື້ອຍນ້ອງເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກຊາວໜຸ່ມຜູ້ກ້າວໜ້າພ້ອມກັບແລກປ່ຽນຖອດຖອນບົດຮຽນ ແລະ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກເພື່ອສ້າງບຸກຄົນຕົວແບບ ແລະ ຍາດແຍ່ງເອົາຜົນງານອັນດີເດັ່ນເພື່ອໃຫ້ກາຍເປັນໜ່ວຍຊາວໜຸ່ມເຂັ້ມແຂງຮອບດ້ານ.