ຫໍສະໝຸດກອງທັບ ໄດ້ມອບປື້ມອ່ານໃຫ້ແກ່ໂຮງຮຽນປະຖົມທ່າງ່ອນ
ຫໍສະໝຸດກອງທັບ ໄດ້ມອບປື້ມອ່ານໃຫ້ແກ່ໂຮງຮຽນປະຖົມທ່າງ່ອນ
ໃນວັນທີ 25 ເມສາ 2023 ຫໍສະໝຸດກອງທັບ ໄດ້ມອບປື້ມອ່ານໃຫ້ແກ່ໂຮງຮຽນປະຖົມທ່າງ່ອນ ຕາງໜ້າມອບໂດຍ ທ່ານ ພັ.ອ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ ໃຫ້ກຽດຮັບໂດຍ ທ່ານ ນ. ສີວັນທອນ ພົງສາ ອຳນວຍການໂຮງຮຽນປະຖົມທ່າງ່ອນ. ຈຸດປະສົງໃນການມອບຄັ້ງນີ້ແມ່ນເພື່ອສົ່ງເສີມໃຫ້ແກ່ນ້ອງໆນັກຮຽນ ເສີມສ້າງນິດໄສຮັກການອ່ານຕໍ່ໄປ. ຫໍສະໝຸດກອງທັບເຮົາ ຫວັງວ່ານ້ອງໆຈະນໍາເອົາຄວາມຮູ້ຈາກການອ່ານສົ່ງຕໍ່ ແລະ ຜັນຂະຫຍາຍສູ່ສັງຄົມໃຫ້ເກີດປະໂຫຍດສູງສຸດ.