ສະຖາບັນການເງີນຈຸລະພາກ ແກ້ວຈະເລີນ ມາ ອວຍພອນຫໍສະໝຸດກອງທັບ.
ສະຖາບັນການເງີນຈຸລະພາກ ແກ້ວຈະເລີນ ມາ ອວຍພອນຫໍສະໝຸດກອງທັບ.
ໃນເວລາ 13:30 ຂອງວັນທີ່ 28 ມັງກອນ 2025, ທີ່ຫ້ອງປະຊຸມຊັ້ນ II ຫໍສະໝຸດກອງທັບ, ໄດ້ມີພິທີຕ້ອນຮັບການມາອວຍພອນຂອງ ສະຖາບັນການເງີນຈຸລະພາກ ແກ້ວຈະເລີນ. ເຊີ່ງນຳພາໂດຍ ທ່ານ ຄຳຂື່ນ ເລີດວິໄຫວ ທີປືກສາສະຖາບັນເງີນຈຸລະພາກ ແກ້ວຈະເລີນ ພ້ອມດ້ວຍພະນັກງານຈຳນວນໜື່ງ. ໄດ້ນຳເອົາກະຕ່າຂອງຂວ້ນ ແລະ ຄຳອວນພອນຫໍສະໝຸດກອງທັບ ເນື່ອງໃນໂອກາດ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ. ເປັນກຽດຕ້ອນຮັບໂດຍທ່ານ ພັທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບ, ພ້ອມດ້ວຍພະນັກງານ-ນັກຮົບຈຳນວນໜື່ງເຂົ້າຮວ່ມຢ່າງພ້ອມພຽງ.
ຈາກນັ້ນ ທ່ານ ຄຳຂື່ນ ເລີດວິໄຫວ ທີປືກສາສະຖາບັນເງີນຈຸລະພາກ ແກ້ວຈະເລີນ ຕາງໜ້າຄະນະໄດ້ກ່າວຄຳອວຍພອນ ແລະ ມອບກະຕ່າຂອງຂວ້ນ, ຕໍ່ມາ ທ່ານ ພັທ ນ. ຄູນທອງ ທຳມະວົງ ຮອງອຳນວຍການຫໍສະໝຸດກອງທັບ ກໍ່ໄດ້ຕາງໜ້າຄະນະກ່າວສະແດງຄວາມຕ້ອນຮັບ ຂອບໃຈນຳສະຖາບັນການເງີນຈຸລະພາກ ແກ້ວຈະເລີນ. ການມາອວຍພອນໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມສາມັກຄີຮັກແພງແຫ່ງມິດຕະພາບລະຫວ່າງສອງກົມກອງທີ່ເຄີຍມີມູມເຊື້ອທີ່ດີຕໍ່ກັນ.