ໜ່ວຍພັກຫໍສະໝຸດກອງທັບ ສະຫຼຸບການເຄື່ອນໄຫວວຽກງານພັກ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025.
ໜ່ວຍພັກຫໍສະໝຸດກອງທັບ ສະຫຼຸບການເຄື່ອນໄຫວວຽກງານພັກ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025.
ໃນເວລາ 8:30 ຂອງວັນທີ່ 16 ກໍລະກົດ 2025 ນີ້. ທີ່ຫ້ອງປະຊຸມຫໍສະໝຸດກອງທັບ, ໜ່ວຍພັກຫໍສະໝຸດກອງທັບ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານພັກ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ 2025. ໂດຍການເປັນປະທານຂອງ ທ່ານ ພັນໂທ ນ. ຄູນທອງ ທໍາມະວົງ ຮອງເລຂາໜ່ວຍພັກ ຫໍສະໝຸດກອງທັບ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳ ຮອງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ ສະຫາຍ ພັນໂທ ນ. ຄູນທອງ ທໍາມະວົງ ຮອງເລຂາໜ່ວຍພັກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພັກ 06 ເດືອນຕົ້ນປີ ແລະ ຜ່ານທິດທາງແຜນການ 06 ເດືອນທ້າຍປີ 2025.
ຈາກນັ້ນ ສະມາຊິກໃນໜ່ວຍກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນ ການຢ່າງມີເນື້ອໃນອຸດົມສົມບູນ.
ຕໍ່ມາໜ່ວຍພັກກໍ່ໄດ້ຜ່ານລາຍຊື່ສະມາຊິກສໍາຮອງເພື່ອຄົ້ນຄ້ວາ ສະເໜີເລື່ອນຂື້ນສົມບູນ ຈໍານວນ 01 ສະຫາຍ, ສະເໜີມະຫາຊົນກ້າວໜ້າຜູ້ມີເງື່ອນໄຂ ຮຽນສະໜັບສະໜູນພັກແລ້ວຂໍເຂົ້າຮຽນ ກົດລະບຽບພັກ ຈຳນວນ 02 ສະຫາຍ, ພ້ອມນັ້ນກໍ່ໄດ້ຄົ້ນຄ້ວານຳສະເໜີມະຫາຊົນກ້າວໜ້າ ເຂົ້າຮຽນສະໜັບສະໜູນພັກ ຈໍານວນ 02 ສະຫາຍ. ກອງປະຊຸມໄດ້ພ້ອມກັນປະຊາມະຕິເພື່ອຄວາມເປັນເອກະພາບກັນ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນເວລາ 11:00 ຂອງວັນດຽວກັນ.