ພິທີເປີດຊຸດຝຶກອົບຮົມວຽກງານຫໍສະໝຸດກອງທັບໃຫ້ແກ່ພະນັກງານຫໍສະໝຸດວິທະຍາຄານນາຍທະຫານບົກກົມມະດຳ
ພິທີເປີດຊຸດຝຶກອົບຮົມວຽກງານຫໍສະໝຸດກອງທັບໃຫ້ແກ່ພະນັກງານຫໍສະໝຸດວິທະຍາຄານນາຍທະຫານບົກກົມມະດຳ
ວັນທີ່ 5/6/2023 ທີ່ຫໍສະໝຸດກອງທັບໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານຫໍສະໝຸດໄລຍະສັ້ນໃຫ້ແກ່ພະນັກງານຫໍສະໝຸດວິທະຍາຄານນາຍທະຫານບົກກົມມະດຳ ເລີ່ມແຕ່ວັນທີ່ 5-9/6/2023 ເປັນກຽດເຂົ້າຮ່ວມມີທ່ານ ພັ/ອ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ ພ້ອມດ້ວຍພະນັກງານຫໍສະໝຸດກອງທັບ ພາຍຫຼັງພິທີເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍແລ້ວ ສະຫາຍ ພັ/ອ ວຽງທອງ ວິດພາວົງ ອຳນວຍການຫໍສະໝຸດກອງທັບ ກໍ່ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງ ແລະ ຍັງໄດ້ກ່າວຕື່ມອີກວ່າ: ການຝຶກອົບຮົມໃນຄັ້ງນີ້ ເປັນບາດກ້າວໜຶ່ງເພື່ອຍົກລະດັບວຽກງານວິຊາສະເພາະຫໍສະໝຸດກອງທັບໃຫ້ມີຄວາມຊຳນິຊຳນານໂດຍສະເພາະແມ່ນ ວິທີການພິມກາໝາຍໃຫ້ແກ່ຜະລິດຕະພັນ, ວິທີສ້າງບາໂຄດບັດເພື່ອນນັກອ່ານ, ວິທີອັບເດດໂປຣແກຣມອິນໂຟລິບ ແລະ ກວດກາແກ້ໄຂເຕັກນິກລະບົບໂປຣແກຣມ.ພ້ອມນັ້ນ ເພື່ອເຮັດໃຫ້ກົມກອງກໍ່ຄືການຄຸ້ມຄອງ ແລະ ການບໍລິການຫ້ອງສະໝຸດຮັບປະກັນສະໜອງຂໍ້ມູນຂ່າວສານໃຫ້ນາຍ ແລະພົນທະຫານໄດ້ສຶກສາຄົ້ນຄ້ວາທົ່ວເຖິງ.