ພິທີເປີດກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ່ III ຂອງໜວ່ຍພັກ ຫໍສະໝຸດກອງທັບ
ພິທີເປີດກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ່ III ຂອງໜວ່ຍພັກ ຫໍສະໝຸດກອງທັບ
ໃນຕອນເຊົ້າຂອງວັນທີ 28 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ II ຫໍສະໝຸດກອງທັບ ໄດ້ມີພິທີເປີດກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ່ III ຂອງໜວ່ຍພັກ ຫໍສະໝຸດກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການຄະນະພັກກົມໃຫ່ຍການເມືອງກອງທັບ, ຫົວໜ້າກົມໂຄສະນາ-ອົບຮົມ ກົມໃຫ່ຍການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດວ້ຍອົງການຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍີງຕະຫຼອດສະມາຊິກພັກສົມບູນ-ສຳຮອງແລະແຂກທີ່ຖືກເຊີນເຂົ້າຮວ່ມ.
ສະຫາຍ ພັອ ວຽງທອງ ວີດພາວົງ ເລຂາໜວ່ຍພັກຫໍສະໝຸດກອງທັບ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ຕະຫຼອດໄລຍະ 5 ປີຜ່ານມາ ຄະນະພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນວຽກແຖວໜ້າ ໂດຍນຳໃຊ້ຫລາຍວິທີຖືເອົາການດຳເນີນຊີວິດການເມືອງໃຫ້ເປັນປົກກະຕິ ເຂົ້າຮວ່ວມຟັງປາຖະກະຖາເລົ່າມູນເຊື້ອໃນວັນສຳຄັນຕ່າງໆ.ເຂົ້າຮວ່ມເຊື່ອມຊືມມະຕິກອງປະຊຸມໃຫ່ຍຄັ້ງທີ່ XI ຂອງພັກ, ມະຕິກອງປະຊຸມຄັ້ງທີ່ V ຂອງອົງຄະນະພັກກົມໃຫ່ຍການເມືອງກອງທັບ, ມະຕິກອງປະຊຸມໃຫ່ຍຄັ້ງທີ່ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຈັດຕັ້ງເຊື່ອມຊືມບັນດາເອກະສານແຈ້ງການ ແລະ ຄຳສັ່ງແນະນຳຂອງຂັ້ນເທີງທີ່ຈັດຂື້ນ, ເຂົ້າຮວ່ມເຊື່ອມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບ ຈື່ງເຮັດໃຫ້ພະນັກງານ - ນັກຮົບ ມີການຫັນປ່ຽນດ້ານແນວຄິດ ແລະ ການກະທໍາທີ່ດີ, ມີຄວາມອົດທົນບຸກບືນຫ້າວຫັນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ສາມາດຄັດເລືອກປະເພດສະມາຊິກໄດ້ປະເພດແຂງທັງໝົດ 21 ສະຫາຍ, ໄດ້ຮັບການຢັ້ງຢືນເປັນໜວ່ຍພັກເຂັມແຂງຮູ້ນຳພາຮອບດ້ານ 04 ສະໄໝ, ໜວ່ຍພັກປອດໃສ, ເຂັມແຂງ, ໜັກແໜ້ນ 05 ສະໄໝ, ລວມເປັນ 09 ສະໄໝຕິດຕໍ່ກັນ ແລະ ໄດຮັບການຢັ້ງຢືນເປັນກອງ 03 ປອດ ປອດໃສ ປອດໄພ ປອດຄະດີ, ປະເພດ I ລວມເປັນ 12 ສະໄໝຕິດຕໍ່ກັນ ໃນການດຳເນີນກອງປະຊຸມ ຍັງໄດ້ປອ່ນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ໄດ້ເລືອກເອົາ ສະຫາຍ ພັອ ວຽງທອງວີດພາວົງ ເປັນເລຂາ, ສະຫາຍ ພັທ ຄູນທອງ ທຳມະວົງ ເປັນຮອງເລຂາ ແລະ ສະຫາຍ ພັທ ດຸມເພັດ ສະຫຼຽນຄຳ ເປັນກຳມະການ.
ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ກວ່າສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພົນງານອັນພົນເດັ່ນທີ່ສ້າງມາໄດ້ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ພະນັກງານສະມາຊິກພັກ ຕ້ອງເອົາໃຈໃສ່ຕໍ່ວຽກງານສືກສາອົບຮົມການເມືອງ-ນຳພາແນວຄິດໃຫ້ທົ່ວເຖີງ ເພີ່ມທະວີປັບປຸງກໍ່ສ້າງພັກ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກໃຫ້ເປັນປຶກແຜ່ນແໜ້ນໜາຕິດພັນກັບການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນເພື່ອເຮັດໃຫ້ກົມກອງມີການຂະຫຍາຍຕົວກ້າວຂື້ນຢ່າງບໍາຢຸດຢັ້ງ.