ພິທີມອບການຍ້ອງຍໍ ຜົນງານ 5 ປີຂອງກອງຫໍສະໝຸດກອງທັບ.
ພິທີມອບການຍ້ອງຍໍ ຜົນງານ 5 ປີຂອງກອງຫໍສະໝຸດກອງທັບ.
ໃນເວລາ 08:30 ຂອງວັນທີ 29 ມັງກອນ 2025 ທີ່ຫ້ອງປະຊຸມຊັ້ນ II ຫໍສະໝຸດກອງທັບ. ໄດ້ຈັດໃຫ້ມີພິທີມອບການຍ້ອງຍໍຜົນງານ 5 ປີເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ໃຫ້ກຽດເປັນປະທານໂດຍທ່ານ ພັນໂທ ນ. ຄູນທອງ ທຳມະວົງ ຮອງອຳນວຍການ ພ້ອມດ້ວຍພະນັກງານນັກຮົບຫໍສະໝຸດກອງທັບຢ່າງພ້ອມພຽງ.
ໃນພິທີຄະນະຈັດຕັ້ງໄດ້ອ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຈາກນັ້ນສະຫາຍປະທານກໍ່ໄດ້ຂຶ້ນມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ພະນັກງານ 8 ສະຫາຍທີ່ມີຜົນງານດີເດັ່ນ. ຕໍ່ມາສະຫາຍປະທານກໍ່ໃຫ້ກຽດໂອ້ລົມຕໍ່ພະນັກງານນັກຮົບທີ່ເຂົ້າຮ່ວມຢ່າງມີເນື້ອໃນ ແລະ ຄວາມໝາຍສຳຄັນຢ່າງເລິກເຊິ່ງ. ພິທີໄດ້ອັດລົງໃນເວລາ 11:00 ວັນດຽວກັນນີ້ດ້ວຍຜົນສຳເລັດອັນສະຫງ່າງາມ