ພິທີມອບ-ຮັບປື້ມ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ໄດ້ມອບປື້ມໃຫ້ຫໍສະໝຸດກອງທັບ.
ພິທີມອບ-ຮັບປື້ມ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ໄດ້ມອບປື້ມໃຫ້ຫໍສະໝຸດກອງທັບ.
ໃນເວລາ 14:00 ຂອງວັນທີ່ 28 ຕຸລາ 2025. ທີ່ຫໍສະໝຸດກອງທັບ. ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ໄດ້ມອບປື້ມໃຫ້ຫໍສະໝຸດກອງທັບ ຈໍານວນ 05 ຫົວ. ກ່ຽວກັບປື້ມວັດພຣະທາດພຣະບາດໂພນສັນ ກັບ ປາກົດການບັງໄຟພະຍານາກ ກ່າວມອບໂດຍ ທ່ານ ບຸນຫຼອມ ໄຊຍະທອງ ຕ່າງໜ້າໃຫ້ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ. ກ່າວຮັບໂດຍ ສະຫາຍ ພັທ ນ. ຄູນທອງ ທໍາມະວົງ ອໍານວຍການຫໍສະໝຸດກອງທັບ. ທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ. ທີ່ໄດ້ນໍາເອົາປື້ມທີ່ມີຄຸນຄ່າ ແລະ ມີຄວາມໝາຍສໍາຄັນຢ່າງເລີກເຊີ່ງມາມອບໃຫ້ແກ່ຫໍສະໝຸດກອງທັບໃນຄັ້ງນີ້ ເພື່ອເປັນການປະກອບສວ່ນເຂົ້າໃນການສົ່ງເສີມການອ່ານ ການຄົ້ນຄ້ວາຮໍ່າຮຽນ ແລະ ຊຸກຍູ້ສົ່ງເສີມວຽກງານຫໍສະໝຸດໃຫ້ມີຄວາມເຕີບໃຫ່ຍຂະຫຍາຍຕົວ ແລະ ເພື່ອເຮັດໃຫ້ພະນັກງານ-ນັກຮົບໄດ້ເຂົ້າເຖີງແຫຼ່ງຂໍ້ມູນຂ່າວສານທີ່ຫຼາກຫຼາຍ. ພິທີມອບ-ຮັບປື້ມໄດ້ສີ້ນສຸດລົງໃນເວລາ 14:30 ຂອງວັນດຽວກັນນີ້ ດ້ວຍບັນຍາກາດແຫ່ງຄວາມສາມັກຄີຮັກແພງລະຫວ່າງສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ແລະ ຫໍສະໝຸດກອງທັບ.